Homeຂ່າວທ້ອງຖິ່ນຫົວໜ້າແຜນການຯແຂວງເຜີຍ ສສ ຫວຽດນາມ ລົງທຶນເກືອບ 58% ຢູ່ອັດຕະປື

ຫົວໜ້າແຜນການຯແຂວງເຜີຍ ສສ ຫວຽດນາມ ລົງທຶນເກືອບ 58% ຢູ່ອັດຕະປື

Published on

ຂປລ. ທ່ານ ສຸລິຈັນ ພອນແກ້ວ ຫົວໜ້າພະແນກແຜນການ ແລະ ການລົງທຶນ, ສະມາຊິກສະພາປະຊາຊົນແຂວງ ໄດ້ລາຍງານຕໍ່ສື່ມວນຊົນ ໃນວັນທີ 11 ກໍລະກົດ 2017 ນີ້ວ່າ: ເລີ່ມແຕ່ປີ 2001-2016 ການລົງທຶນຢູ່ໃນແຂວງອັດຕະປື ລວມທັງພາຍໃນ ແລະ ຕ່າງປະເທດມີທັງໝົດ 60 ໂຄງການ ລວມມູນຄ່າ 2 ຕື້ກວ່າໂດລາສະຫະລັດ ກວມເອົາຂະແໜງພະລັງງານໄຟຟ້າກວມເອົາ 67,4%,  ຂະແໜງກະສິກໍາ 23,9%, ຂະແໜງບໍ່ແຮ່ 8,4% ແລະ ຂະແໜງບໍລິການອື່ນໆ ໃນນີ້ການລົງທຶນຈາກ ສສ ຫວຽດນາມ ກວມເອົາ 58%. ນັບແຕ່ປີ 2001-2016 ໃນນີ້ ສສ ຫວຽດນາມ ໄດ້ລົງທຶນຢູ່ແຂວງອັດຕະປື ລວມມີ 19 ໂຄງການ, ຂະແໜງກະສິກໍາມີ 12 ໂຄງການ, ຂະແໜງບໍ່ແຮ່ 4 ໂຄງການ, ຂະແໜງພະລັງງານ 3 ໂຄງການ ລວມມູນຄ່າປະມານ 1 ຕື້ກວ່າໂດລາສະຫະລັດ ປັດຈຸບັນນີ້ ນັກລົງຈາກ ສສ ຫວຽດນາມ ຍັງໃຫ້ຄວາມສົນໃຈ ຈະສືບຕໍ່ມາລົງທຶນຢູ່ໃນແຂວງ ອັດຕະປືຕື່ມອີກ.

ຫົວໜ້າພະແນກແຜນການ ແລະ ການລົງທຶນຍັງກ່າວຕື່ມອີກວ່າ: ປັດຈຸບັນເຫັນວ່າ ບັນດາບໍລິສັດຈາກ ສສ ຫວຽດນາມມີການຂະຫຍາຍກິດຈະກຳດີຂຶ້ນ ເປັນຕົ້ນແມ່ນ ບໍລິສັດ ຮວ່າງແອ໋ງ ຢາລາຍ,ບໍລິສັດ TTC ໂຮງງານນໍ້າຕານ ແລະ ບໍລິສັດອື່ນໆ ນອກຈາກນັ້ນຍັງມີບໍລິສັດໃຫ້ຄວາມສົນໃຈ ຢາກໃຫ້ທາງພາກລັດ ໂດຍສະເພາະແຂວງອັດຕະປື ສະໜັບສະໜູນປະຊາຊົນ ຂະຫຍາຍເນື້ອທີ່ປູກອ້ອຍເພີ່ມຕື່ມ ເພື່ອນຳສະໜອງເຂົ້າໂຮງງານນ້ຳຕານໃຫ້ຫລາຍຂຶ້ນ. ສະນັ້ນ ເນື່ອງໃນສະເຫລີມສະຫລອງວັນປະຫວັດສາດ ແລະ ວັນສຳຄັນຂອງຊາດ ລາວ-ຫວຽດນາມ ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 40 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ 2017 ນີ້  ແມ່ນການພົວພັນອັນຜ່ອງໃສ,ສະເໝີຕົ້ນສະເໝີປາຍ, ເປັນສັນຍາລັກແຫ່ງຄວາມ ມຸ່ງມາດປາຖະໜາຂອງປະຊາຊົນທັງສອງຊາດ ເພື່ອສືບຕໍ່ເສີມຂະຫຍາຍໃຫ້ຈະເລີນງອກງາມຂຶ້ນຢ່າງບໍ່ຢຸດຢັ້ງ ພິເສດແຂວງອັດຕະປື ກຳລັງຂຸ້ນຂ້ຽວໃນການກະກຽມສະເຫລີມ ສະຫລອງສອງວັນປະຫວັດສາດນັ້ນ ຖືເອົາໂອກາດນີ້ ອວຍພອນໃຫ້ແກ່ການນໍາພັກ-ລັດສອງປະເທດ ປະຊາຊົນທັງສອງຊາດ ໄດ້ຮັກສາສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືແບບຮອບດ້ານນີ້ ຈົ່ງພ້ອມກັນອອກແຮງເສີມສ້າງ ຖະໜອມຫອມຮັກສາຍພົວພັນມິດຕະພາບໃຫ້ຍືນຍົງຄົງຕົວຕະຫຼອດຊົ່ວຟ້າກາລະນານ.

 

ແຫລ່ງຂ່າວ: ຂປລ

 

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...