Homeຂ່າວການພັດທະນາທູດອາເມຣິກາ ຢ້ຽມຢາມແຂວງຊຽງຂວາງ ພ້ອມຮັບປາກຈະຄົ້ນຄວ້າເພີ່ມການຊ່ວຍເຫລືອ ເກັບກູ້ລະເບີດ

ທູດອາເມຣິກາ ຢ້ຽມຢາມແຂວງຊຽງຂວາງ ພ້ອມຮັບປາກຈະຄົ້ນຄວ້າເພີ່ມການຊ່ວຍເຫລືອ ເກັບກູ້ລະເບີດ

Published on

ຂປລ. ທ່ານ ນາງ ຣີນາ ບິດເຕີ (Rena Bitter) ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈໍາລາວ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ພົບປະທ່ານ ສົມກົດ ມັງໜໍ່ເມກ ເຈົ້າແຂວງຊຽງຂວາງ ໃນວັນທີ 11 ກໍລະກົດ 2017 ນີ້ ທີ່ຫ້ອງວ່າການປົກຄອງແຂວງຊຽງຂວາງ ຂະນະທີ່ສອງທິດຜ່ານມານີ້ ລັດຖະບານສະຫະລັດ ໄດ້ເຊັນສັນຍາໃຫ້ການຊ່ວຍເຫລືອ ສປປ ລາວ ຕື່ມອີກ 40 ຕື້ກີບ ເພື່ອຈັດຕັ້ງປະຕິບັດວຽກງານກູ້ລະເບີດ.  ໃນໂອກາດນີ້ ທ່ານເຈົ້າແຂວງຊຽງຂວາງ ໄດ້ກ່າວຍິນດີຕ້ອນຮັບອັນອົບອຸ່ນ ແລະ ໄດ້ລາຍງານການພັດທະນາເສດຖະກິດ-ສັງຄົມຈາກອະດີດ ເຖິງປັດຈຸບັນ ໂດຍແຂວງຂອງຕົນໄດ້ເນັ້ນໃສ່ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ທີ່ກວມລວມເອົາຂະແໜງການສຶກສາ, ສາທາລະນະສຸກ ແລະ ການເກັບກູ້ທຳລາຍລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ແຂວງຊຽງຂວາງ, ຜ່ານມາສະຫະລັດ ໄດ້ຊ່ວຍເຫລືອໃນ 3 ຂົງເຂດວຽກງານຄື: ການເກັບກູ້ ແລະ ທຳລາຍລະເບີດທີ່ຕົກຄ້າງ, ການສຶກສາ ແລະ ສາທາລະນະສຸກ ມາເຖິງປັດຈຸບັນໄດ້ຮັບການຊ່ວຍເຫລືອລ້າ 15 ລ້ານໂດລາສະຫະລັດ. ແນວໃດກໍດີ ທ່ານ ເຈົ້າແຂວງຍັງກ່າວຕື່ມອີກວ່າ: ຕາມຈິດໃຈຂອງແຂວງ ແມ່ນຢາກໃຫ້ເພີ່ມທຶນສືບຕໍ່ວຽກງານເກັບກູ້ລະເບີດຢູ່ແຂວງຊຽງຂວາງພາຍໃຕ້ທຶນຊ່ວຍເຫລືອລ້າຂອງສະຫະລັດອາເມລິກາ ພ້ອມນີ້ ທ່ານເຈົ້າແຂວງຍັງໄດ້ກ່າວສະແດງຄວາມຂອບໃຈມາຍັງປະຊາຊົນ ແລະ ລັດຖະບານສະຫະລັດອາເມລິກາ ທີ່ໃຫ້ການຊ່ວຍເຫລືອຕະລອດມາ. ພ້ອມນີ້ ທ່ານ ຣີນາ ບິດເຕີ(Rena Bitter) ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງສະຫະລັດອາເມລິກາ ກໍໄດ້ກ່າວສະແດງຄວາມດີໃຈຕໍ່ການພັດທະນາຂອງແຂວງຊຽງຂວາງ ແລະ ເຫັນດີເລື່ອງຄົ້ນຄົ້ວການເພີ່ມທຶນຊ່ວຍເຫລືອ ໃນການເກັບກູ້ລະເບີດໃຫ້ຫລາຍຂື້ນ, ຫາຊ່ອງທາງຄວາມເປັນໄປໄດ້ໃນການຮ່ວມມືກັນ ໃນຫລາຍຂົງເຂດວຽກງານໃນຕໍ່ໜ້າ ເພື່ອເຮັດໃຫ້ສາຍພົວພັນສະຫະລັດອາເມລິກາ ແລະ ສປປ ລາວ ຂະຫຍາຍຕົວດີຂື້ນເລື້ອຍໆ.

ຕາມການລາຍງານຂອງການເກັບກູ້ລະເບີດສາກົນ ໄດ້ລະບຸວ່າ: ສປປ ລາວ ແມ່ນໜຶ່ງໃນຫລາຍຮັບຜົນກະທົບຈາກລູກລະເບີດ ໃນປາງສົງຄາມໂດຍສະເລັ່ຍມີລະເບີດປະມານ 2 ລ້ານກວ່າໂຕນທີ່ຖືກຖິ້ມໃສ່ ສປປ ລາວ ໃນປາງສົງຄາມ ຈົນເຖິງປັດຈຸບັນນີ້ ລະເບີດຕົກຄ້າງຍັງສືບຕໍ່ຂ້າ ແລະ ສ້າງຄວາມເຈັບປວດໃນເດັກນ້ອຍ-ຜູ້ໃຫຍ່ເປັນຈໍານວນບໍ່ໜ້ອຍ.
ແຫລ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...