Homeຂ່າວຕ່າງປະເທດທັງງາມທັງເກັ່ງ! ນັກບິນສາວອິນເດຍ ສ້າງປະຫວັດສາດຍິງອາຍຸນ້ອຍທີ່ສຸດ ຂັບເຮືອບິນໂບອິ້ງ 777!

ທັງງາມທັງເກັ່ງ! ນັກບິນສາວອິນເດຍ ສ້າງປະຫວັດສາດຍິງອາຍຸນ້ອຍທີ່ສຸດ ຂັບເຮືອບິນໂບອິ້ງ 777!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 12 ກໍລະກົດນີ້ ເຖິງຄວາມສາມາດຂອງນັກບິນສາວຊາວອິນເດຍ ນາງ ແອນນີ ທິບພະຍາ ອາຍຸ 30 ປີ ທີ່ໄດ້ສ້າງປະຫວັດສາດ ເປັນຜູ້ຍິງທີ່ມີອາຍຸນ້ອຍທີ່ສຸດທີ່ໄດ້ເປັນກັບຕັນຂັບເຮືອບິນໂບອິ້ງ 777.  ນາງ ແອນນີ ໄດ້ເລີ່ມເຂົ້າໂຮງຮຽນການບິນຢູ່ ລັດອຸຕະຣະປະເທດ ຂອງອິນເດຍ ເມື່ອອາຍຸໄດ້ 17 ປີ ເຖິງແມ່ນວ່າບໍ່ໄດ້ຮັບການສະໜັບສະໜູນຈາກຄອບຄົວກໍຕາມ, ແຕ່ນາງໄດ້ຕັດສິນໃຈເລືອກເອົາອາຊີບນັກບິນ ຈຶ່ງໄດ້ໄປຮຽນຕໍ່ດ້ານການບິນຢູ່ແອັດສະປາຍ ເມື່ອອາຍຸ 19 ປີ ແລະ ຈາກນັ້ນເມື່ອອາຍຸໄດ້ 21 ປີ ຈຶ່ງໄດ້ເດີນທາງໄປຮຽນຕໍ່ເພີ່ມເຕີມຢູ່ນະຄອນຫລວງລອນດອນ ປະເທດອັງກິດ ຊຶ່ງນາງໄດ້ຮຽນຂັບເຮືອບິນໂບອິງ 777 ເປັນຄັ້ງທຳອິດ ຈົນສາມາດໄຕ່ເຕົ້າຂຶ້ນມາເປັນກັບຕັນ ສ້າງປະຫວັດສາດໃນວົງການການບິນຂອງໂລກ.

 

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...