Homeຂ່າວຕ່າງປະເທດສານເອີຣົບຕັດສິນຕາມລັດຖະບານແບນຊິກ ຄຳສັ່ງຫ້າມນຸ່ງເສື້ອຄຸມຫົວມຸດສະລິມແບບປິດບັງໃບໜ້າ ບໍ່ຜິດກົດໝາຍ

ສານເອີຣົບຕັດສິນຕາມລັດຖະບານແບນຊິກ ຄຳສັ່ງຫ້າມນຸ່ງເສື້ອຄຸມຫົວມຸດສະລິມແບບປິດບັງໃບໜ້າ ບໍ່ຜິດກົດໝາຍ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 12 ກໍລະກົດນີ້ວ່າ ສານສິດທິມະນຸດເອີຣົບ ຫລື  ECHR ໄດ້ອອກຄຳຕັດສິນຢືນຢັນຕາມລັດຖະບານແບນຊິກ ໃນການອອກກົດໝາຍຫ້າມນຸ່ງເສື້ອຜ້າຄຸມຫົວມຸດສະລິມແບບປິດບັງທັງໃບໜ້າ ຢູ່ສະຖານທີ່ສາທາລະນະ ໂດຍອ້າງວ່າ ເພື່ອປົກປ້ອງສິດທິ ແລະ ເສລີພາບສ່ວນບຸກຄົນ ແລະ ເປັນຫລັກປະກັນຕໍ່ສັງຄົມແບນຊິກ ໃນການຢູ່ຮ່ວມກັນ ແລະ ປະກັນສິດທິ ແລະ ເສລີພາບຂອງບຸກຄົນອື່ນ.

ທັງນີ້ ເນື່ອງຈາກລັດຖະບານແບນຊິກ ໄດ້ປະກາດນຳໃຊ້ກົດໝາຍດັ່ງກ່າວໃນຂອບເຂດທົ່ວປະເທດ ເມື່ອປີ 2011 ແຕ່ມີຍິງຊາວມຸດສະລິມແບນຊິກ 2 ຄົນຄື ຊາເມຍ ເບນຄາເຊມີ (Samia Belcacemi) ແລະ ຢາມິນາ ເອົາຊາ (Yamina Oussar) ໄດ້ຍື່ນຟ້ອງຕໍ່ສານ ເພື່ອຕ້ອງການໃຫ້ຄຳສັ່ງດັ່ງກ່າວຖືກລະງັບໄວ້, ແນວໃດກໍຕາມ ຄະນະຜູ້ພິພາກສາໄດ້ອອກຄຳຖະແຫລງວ່າ ການປະກາດໃຊ້ຄຳສັ່ງຫ້າມດັ່ງກ່າວນີ້ ບໍ່ໄດ້ລະເມີດສິດທິສ່ວນບຸກຄົນ ແລະ ຊີວິດຄອບຄົວ ລວມເຖິງເສລີພາບໃນການນັບຖືສາສະໜາ ຫລື ການກີດກັນທາງກົດໝາຍ ແຕ່ຢ່າງໃດ.
 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...