spot_img
Homeຂ່າວການສຶກສາທຶນເຂົ້າຮ່ວມແລກປ່ຽນ ເຮັດກິດຈະກໍາທີ່ ມະຫາວິທະຍາໄລ ໂຕໂຢ, ທີ່ປະເທດ ຍີ່ປຸ່ນ

ທຶນເຂົ້າຮ່ວມແລກປ່ຽນ ເຮັດກິດຈະກໍາທີ່ ມະຫາວິທະຍາໄລ ໂຕໂຢ, ທີ່ປະເທດ ຍີ່ປຸ່ນ

Published on

ເປີດຮັບ ສະຫມັກແລ້ວ ທຶນເຂົ້າຮ່ວມແລກປ່ຽນ ເຮັດກິດຈະກໍາ ຮ່ວມກັບນັກຮຽນ ຈາກ
ມະຫາວິທະຍາໄລ ໂຕໂຢ ປະເທດ ຍີ່ປຸ່ນ (Diversity Voyage Program) !!!

– ຖ້າທ່ານ ເປັນນັກຮຽນ ມະຫາວິທະຍາໄລ ຫຼື ວິທະຍາໄລ ແຕ່ປີທີ່ 1 ຫາ ປີ ທີ່ 3 ໃນທົ່ວປະເທດ
– ຖ້າທ່ານ ມີຄວາມສົນໃຈ ໃນການແລກປ່ຽນວັດທະນາທໍາ ແລະ ສ້າງມິດຕະພາບໃໜ່ ກັບນັກສຶກສາຍີ່ປຸ່ນ
– ຖ້າທ່ານມີຄວາມສົນໃຈ ທາງດ້ານວັດທະນາທໍາ, ການທ່ອງທ່ຽວ ແລະ ການພັດທະນາ ແບບຢືນຢົງ
– ຖ້າທ່ານ ມີິຄວາມສາມາດສື່ສານ ພາສາອັງກິດ ຫຼື ພາສາຢີ່ປຸ່ນ ໄດ້ໃນລະດັບປານກາງ/ດີ

ໂອກາດນີ້ ທ່ານ ບໍ່ຄວນພາດ ທີ່ຈະສະຫມັກ !

ຜູ້ສະຫມັກ 12 ນ້ອງ ທີ່ຜ່ານການຄັດເລືອກ ຈະໄດ້ຮ່ວມເຮັດກິດຈະກໍາ ກັບນັກຮຽນຢີ່ປຸ່ນ ໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆ ແລະ ຈະໄດ້ຮັບໃບປະກາດຢັ້ງຢືນ ການເຂົ້າຮ່ວມນໍາອີກດ້ວຍ.

ປິດຮັບສະຫມັກ: 11/08/2017
ລາຍລະອຽດ ແລະ ແບບຟອມສະມັກອອນລາຍ ມີຢູ່ທີ່ລິ້ງຂ້າງລຸ່ມນີ້ http://bit.ly/dv-vientiane07

 

ແຫລ່ງຂ່າວ: Lao Youth Radio FM 90.0 Mhz

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...