Homeຂ່າວຕ່າງປະເທດຫວຽດນາມເປີດເຜີຍ ຜົນການກວດຮ່າງກາຍຊາວໄນຈີເຣຍເຂົ້າປະເທດ ບໍ່ພົບເຊື້ອອີໂບລາ

ຫວຽດນາມເປີດເຜີຍ ຜົນການກວດຮ່າງກາຍຊາວໄນຈີເຣຍເຂົ້າປະເທດ ບໍ່ພົບເຊື້ອອີໂບລາ

Published on

 

ທາງການຫວຽດນາມ ເປີດເຜີຍຜົນການກວດຮ່າງກາຍຊາວໄນຈີເຣຍທີ່ເດີນທາງເຂົ້າປະເທດ ບໍ່ພົບເຊື້ອອີໂບລາ

 

ສື່ທາງການຂອງຫວຽດນາມ ລາຍງານຜົນການກວດຮ່າງກາຍຊາວໄນຈີເຣຍ 2 ຄົນ ທີ່ເດີນທາງເຂົ້າປະເທດຫວຽດ

ນາມ ພ້ອມກັບອາການໄຂ້ຂຶ້ນສູງວ່າ ບໍ່ພົບເຊື້ອໄວຣັສອີໂບລາ ຈາກການກວດສອບປະຫວັດຂອງທັງ 2 ຄົນ ແມ່ນ

ບໍ່ຮູ້ຈັກກັນ ຫຼື ມີຄວາມສຳພັນໃກ້ຊິດກັນມາກ່ອນ.

 

ເນື່ອງຈາກຫວຽດນາມ ໄດ້ກັກໂຕຊາວໄນຈີເຣຍ 2 ຄົນ ທີ່ເດີນທາງມາກັບສາຍການບິນກາຕາແອຣ໌ເວ ຈາກປະເທດ

ໄນຈີເຣຍ ມາລົງສະໜາມບິນ ເຕິນ ເຊິນ ເຍຶດ ນະຄອນໂຮ່ຈິມິນ ໃນຕອນບ່າຍຂອງວັນອັງຄານທີ 19 ສິງຫາ 2014

ຜ່ານມານີ້ ຫຼັງກວດພົບໜຶ່ງໃນນັ້ນ ມີອາການໄຂ້ຂຶ້ນສູງ, ຫຼັງຈາກຜ່ານການກວດຮ່າງກາຍ ພາຍໃນ 24 ຊົ່ວໂມງຕໍ່

ຈາກນັ້ນ ກໍບໍ່ພົບອາການໄຂ້ ແລະ ບໍ່ສະແດງອາການ ຫຼື ສັນຍານບົ່ງບອກເຖິງອາການທີ່ກ່ຽວຂ້ອງກັບເຊື້ອອີໂບລາ.

 

ຢ່າງໃດກໍຕາມ ຊາວໄນຈີເຣຍທັງ 2 ຄົນ ຍັງຈະຕ້ອງຢູ່ໃນການເຝົ້າລະວັງຂອງແພດຫວຽດນາມຢ່ງໃກ້ຊິດ ເປັນເວລາ

ອີກ 3 ອາທິດຕໍ່ຈາກນີ້.

 

 

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...