spot_img
Homeຂ່າວຍົນຕົກເຮືອບິນລຳລຽງ C-130 ກອງທັບເຮືອອາເມຣິກາຕົກ ຄາດທະຫານເສຍຊີວິດຍົກລຳ 16 ຄົນ!

ເຮືອບິນລຳລຽງ C-130 ກອງທັບເຮືອອາເມຣິກາຕົກ ຄາດທະຫານເສຍຊີວິດຍົກລຳ 16 ຄົນ!

Published on

ສຳນັກຂ່າວເອເຈນຊີ ລາຍງານໃນວັນທີ 11 ກໍລະກົດນີ້ວ່າ ເກີດເຫດເຮືອບິນລຳລຽງທາງທະຫານ C-130 ຂອງກອງທັບເຮືອສະຫະລັດອາເມຣິກາ ຕົກລົງບໍລິເວນກາງໄຮ່ຖົ່ວເຫລືອງ ລັດມິສຊິສຊິບປີ ເມື່ອເວລາ 16:00 ໂມງ ຂອງມື້ວານນີ້ (10 ກໍລະກົດ) ຕາມເວລາໃນທ້ອງຖິ່ນ ໂດຍມີເຈົ້າໜ້າທີ່ທະຫານຢູ່ໃນເຮືອບິນລຳດັ່ງກ່າວ ລວມ 16 ຄົນ ຄາດວ່າເສຍຊີວິດຍົກລຳ.

ແຫລ່ງຂ່າວໄດ້ລະບຸວ່າ ເຮືອບິນລຳດັ່ງກ່າວໄດ້ເກີດລະເບີດຢູ່ກາງອາກາດ ກ່ອນທີ່ຈະຕົກລົງກະແທກໃສ່ພື້ນ, ປັດຈຸບັນເຈົ້າໜ້າທີ່ກູ້ໄພ ກຳລັງເລັ່ງຄົ້ນຫາສົບຜູ້ເສຍຊີວິດ ແຕ່ຕ້ອງໄດ້ໃຊ້ຄວາມລະມັດລະວັງເປັນພິເສດ ເນື່ອງຈາກມີລາຍງານວ່າ ເຮືອບິນລຳດັ່ງກ່າວມີລູກປືນສົງຄາມຢູ່ເຕັມລຳ.

 

ບົດຄວາມຫຼ້າສຸດ

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...