Homeຂ່າວຕ່າງປະເທດຝຣັ່ງປະກາດຫ້າມຂາຍລົດທີ່ໃຊ້ນ້ຳມັນແອັດຊັງ ແລະ ກາຊວນພາຍໃນປະເທດ

ຝຣັ່ງປະກາດຫ້າມຂາຍລົດທີ່ໃຊ້ນ້ຳມັນແອັດຊັງ ແລະ ກາຊວນພາຍໃນປະເທດ

Published on

ຫຼັງຈາກບໍລິສັດ ວໍໂວປະກາດຈະຜະລິດສະເພາະລົດໄຟຟ້າ ແລະ ລົດໄຮບຣິດ ເຊິ່ງຈະເລີ່ມຜະລິດໃນປີ 2019 ພຽງມື້ດຽວ ລັດຖະມົນກະຊວງສິ່ງແວດລ້ອມຂອງຝຣັ່ງກໍ່ໄດ້ອອກມາປະກາດຫ້າມຂາຍລົດທີ່ໃຊ້ນ້ຳມັນແອັດຊັງ ແລະ ກາຊວນ ພາຍໃນປີ 2040 ເຊິ່ງຮຽກໄດ້ວ່າເປັນການປະຕິວັດການຕໍ່ສູ້ກັບມົນລະຜິດທາງອາກາດຢ່າງແທ້ຈິງ ແລະ ເປັນສ່ວນໜຶ່ງຂອງແຜນການຂອງປະທານາທິບໍດີ ເອັມມານູເອລ ມາຄົງ ທີ່ຕ້ອງການໃຫ້ຝຣັ່ງບໍ່ມີການປ່ອຍຄາຣບອນ ພາຍໃນປິ 2050

ຝຣັ່ງບໍ່ໄດ້ເປັນປະເທດດຽວທີ່ຫ້າມຂາຍລົດທີ່ໃຊ້ນ້ຳມັນ ຍັງມີເນເທີແລນ ແລະ ນໍເວ ໄດ້ປະກາດໄປກ່ອນໜ້ານີ້ແລ້ວວ່າຈະຫ້າມຂາຍລົດທີ່ໃຊ້ນ້ຳມັນກາຊວນ ແລະ ແອັດຊັງພາຍໃນປີ 2025 ໃນຂະນະທີ່ເຢຍລະມັນ ແລະ ອິນເດຍກໍ່ໄດ້ປະກາດແຜນການດຽວກັນແຕ່ມີເປົ້າໝາຍທີ່ປີ 2030

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...