Homeຂ່າວການພັດທະນາສະຫວັນນະເຂດເຜີຍ ປີຜ່ານມາບ້ານທຸກຍາກຢູ່ແຂວງ ໄດ້ຫລຸດລົງ 23 ບ້ານ

ສະຫວັນນະເຂດເຜີຍ ປີຜ່ານມາບ້ານທຸກຍາກຢູ່ແຂວງ ໄດ້ຫລຸດລົງ 23 ບ້ານ

Published on

ຂປລ. ໃນປີ 2016 ຜ່ານມາ ທົ່ວ​ແຂວງ​ສະຫວັນ​ນະ​ເຂດ ມີບ້ານທຸກຍາກ 126 ບ້ານ ເທົ່າກັບ 12,33% ຂອງຈຳນວນບ້ານທັງໝົດ ​ແລະ ​ໄດ້​ຫລຸດລົງຈາກປີ 2015 ຈຳນວນ 23 ບ້ານ, ຂະນະ​ດຽວ​ກັນຄອບຄົວທຸກຍາກ ກໍ​ຫລຸດ​ລົງ 693 ຄອບຄົວ ​ໃນ​ຈຳນວນ 7.970 ຄອບຄົວທຸກຍາກທັງໝົດ. ສ່ວນບ້ານພັດທະນາກໍໄດ້ເພີ່ມຂຶ້ນ 242 ບ້ານໃນປີ 2015 ມາເປັນ 253 ບ້ານໃນປີ 2016.


ຂໍ້
​ມູນ​ດັ່ງກ່າວ​ ໄດ້​ຮັບ​ການ​ລາຍ​ງານ ​ໃນກອງ​ປະຊຸມວຽກງານ ພັດທະນາຊົນນະບົດ ຕິດພັນກັບວຽກງານ 3 ສ້າງຂອງ ແຂວງສະຫວັນນະເຂດ ​ໃນ​ວັນ​ທີ 7 ກໍລະກົດ 2017 ​​ແລະ ​ໃນໂອກາດ​ນີ້, ທ່ານ ຄຳລຸຍ ຍາດຕິວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ຍັງ​ໄດ້​ໃຫ້​ຮູ້​ອີກ​ວ່າ: ສຳລັບແຜນສູ້ຊົນແຕ່ນີ້ຮອດປີ 2020 ຈະສູ້ຊົນເຮັດໃຫ້ອັດຕາ ຄອບຄົວທຸກຍາກຫລຸດລົງຕ່ຳກວ່າ 2% ຂອງຄອບຄົວທັງໝົດ, ບ້ານ ແລະ ເມືອງທຸກຍາກ ໃຫ້ລຶບລ້າງໄດ້ໂດຍພຶ້ນຖານ, ສູ້ຊົນສ້າງບ້ານພັດທະນາ ໃຫ້ໄດ້ 850 ບ້ານ ຫລື ຫລາຍກວ່າ 2/3 ຂອງຈຳນວນບ້ານທັງໝົດ, ສ້າງຄອບຄົວ ພັດທະນາໃຫ້ໄດ້ 88%, ສ້າງບ້ານໃຫຍ່ໃຫ້ກາຍ ເປັນຕົວເມືອງໃນຊົນນະບົດ ເພື່ອເປັນໃຈກາງບໍລິການ ທາງດ້ານເສດຖະກິດ-ສັງຄົມ ຢູ່ເຂດຫ່າງໄກສອກຫລີກໃຫ້ໄດ້ 43 ບ້ານ ແລະ ສ້າງເມືອງພັດທະນາ ໃຫ້ໄດ້ 5 ເມືອງ ຫລື ຫລາຍກວ່າ 30% ຂອງຈຳນວນເມືອງທັງໝົດ, ສູ້ຊົນຈັດສັນພູມລຳເນົາຄົງທີ່ ແລະ ບ່ອນທຳມາຫາກິນຖາວອນ ໃຫ້ແກ່ປະຊາຊົນໃນເຂດຈຸດສຸມ ໃຫ້ສຳເລັດໂດຍພື້ນຖານ.

ແຫລ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...