Homeຂ່າວທ້ອງຖິ່ນອັດຕະປື ຕິດຕາມການກໍ່ສ້າງບ້ານຈັດສັນ ທີ່ອອກຈາກຜົນກະທົບ ເຂື່ອນໄຟຟ້າເຊກະໝານ 1

ອັດຕະປື ຕິດຕາມການກໍ່ສ້າງບ້ານຈັດສັນ ທີ່ອອກຈາກຜົນກະທົບ ເຂື່ອນໄຟຟ້າເຊກະໝານ 1

Published on

ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ຄະນະກຳມະການກວດການຈັດສັນບ້ານ ທີ່ຖືກຜົນກະທົບຈາກເຄື່ອນໄຟຟ້າ ເຊກະໝານ 1 ເມືອງຊານໄຊ ແຂວງອັດຕະປື ໄດ້ລົງເຄື່ອນໄຫວ ຕິດຕາມການກວດກາ ການຈັດສັນ ແລະ ກິດຈະການກໍ່ສ້າງ ເຂດບ້ານຈັດສັນຫ້ວຍດຸມ ເພື່ອຍົກຍ້າຍປະຊາຊົນຈຳນວນ 3 ບ້ານ ທີ່ໄດ້ຮັບຜົນກະທົບ ຈາກເຂື່ອນໄຟຟ້າເຊກະໝານ 1 ຈຳນວນ 104 ຄອບຄົວ.

​            
ໂອກາດ
​ນີ້​, ທ່ານຜູ້ອຳນວຍການບໍລິສັດ ເຂື່ອນໄຟຟ້າເຊກະໝານ 1 ​ໄດ້​ໃຫ້​ຮູ້​ວ່າ: ກິດຈະການກໍ່ສ້າງດັ່ງກ່າວ ​ໄດ້​ເລີ່​ມປະຕິບັດ​ມາ​ແຕ່ ກາງເດືອນກັນຍາ 2015 ເປັນຕົ້ນມາ, ຮອດປັດຈຸບັນ ແມ່ນໄດ້ຮັບການກໍ່ສ້າງ ແລ້ວຈຳນວນໜຶ່ງ ເປັນຕົ້ນກໍ່ສ້າງເຮືອນທີ່ຢູ່ອາໄສ ຂອງປະຊາຊົນສຳເລັດແລ້ວ 46 ຫລັງ ຂອງຈຳນວນທັງໝົດ 104 ຫລັງ, ກໍ່ສ້າງໂຮງຮຽນອະນຸບານ 1 ຫລັງ, ໂຮງຮຽນປະຖົມ 1 ຫລັງ, ໂຮງຮຽນ ມັດທະຍົມຕົ້ນ 1 ຫລັງ, ສຸສາລາ 1 ຫລັງ, ສ້າງສະໂມສອນບ້ານ 1 ຫລັງ, ລະບົບຕາຄ່າຍໄຟຟ້າ 22 ກິໂລໂວນ, ລະບົບເສັ້ນທາງພາຍໃນບ້ານ ໄດ້ຂຸດໜ້າພຽງສຳເລັດ 70%, ປູຢາງເສັ້ນທາງໄດ້ 680/1.477 ແມັດ, ລະບົບເສັ້ນທາງຈາກເຂື່ອນໄຟຟ້າ ຊານໄຊໄປຫາເຂດຈັດສັນກຳລັງປະຕິບັດ. ສ່ວນວຽກພື້ນ ແລະ ທໍ່ນໍ້າບັນລຸໄດ້ 70%, ລະບົບຄອງເໝືອງ ຈາກເຂື່ອນໄຟຟ້າເຊກະໝານໄປຫາເຂດຈັດສັນ ເທເປຕົງພື້ນຄອງໄດ້ 43%, ລະບົບສະໜອງນ້ຳດື່ມ ນຳໃຊ້ສຳເລັດເທເປຕົງພື້ນອ່າງເກັບນໍ້າ ແລະ ອ່າງກັ່ນ ຕອງນໍ້າປູທໍ່ສະໜອງນ້ຳໄດ້ 1.800/4050 ແມັດ ແລະ ກຳລັງປະຕິບັດການກໍ່ສ້າງສະໂຕໂດນ້ຳ, ຄາດວ່າຈະສຳເລັດ ການກໍ່ສ້າງພາຍໃນ ເດືອນກໍລະກົດ ປີ 2017.

ແຫລ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...