Homeຂ່າວຕ່າງປະເທດນອກແວສົ່ງພະພຸດທະຮູບບູຮານ 200 ກວ່າປີ ຄືນໃຫ້ແກ່ມຽນມາ ຫລັງຖືກລັກອອກນອກປະເທດ

ນອກແວສົ່ງພະພຸດທະຮູບບູຮານ 200 ກວ່າປີ ຄືນໃຫ້ແກ່ມຽນມາ ຫລັງຖືກລັກອອກນອກປະເທດ

Published on

ສຳນັກຂ່າວເອພີ ລາຍງານໃນວັນທີ 7 ກໍລະກົດນີ້ວ່າ ທາງການນອກແວ ໄດ້ສົ່ງມອບພະພຸດທະຮູບບູຮານ ຄືນໃຫ້ແກ່ມຽນມາ ຫລັງຈາກທີ່ຖືກລັກລອບອອກນອກປະເທດ ເມື່ອປີ 2011, ພິທີມອບ-ຮັບດັ່ງກ່າວ ໄດ້ຈັດຂຶ້ນລະຫວ່າງທີ່ ທ່ານ ບໍເກ ເບຣນເດ ລັດຖະມົນຕີການຕ່າງປະເທດນອກແວ ກຳລັງຢ້ຽມຢາມປະເທດມຽນມາ ຊຶ່ງທ່ານໄດ້ກ່າວວ່າ ທາງການນອກແວ ຕ້ອງການທີ່ຈະຊ່ວຍນຳເອົາວັດຖຸທາງວັດທະນະທຳ ທີ່ຖືກລັກອອກຈາກປະເທດຕົ້ນທາງ ສົ່ງຄືນໃຫ້ແກ່ປະເທດເດີມ ຕາມຂໍ້ຕົກລົງລະຫວ່າງປະເທດ.

ທັງນີ້ ພະພຸດທະຮູບອົງດັ່ງກ່າວ ເຊື່ອວ່າມີອາຍຸປະມານ 150-200 ປີ ສ້າງຂຶ້ນຈາກຫີນປູນ, ຄຳ ແລະ ແກ້ວ ຊຶ່ງຖືກເຈົ້າໜ້າທີ່ພາສີນອກແວກວດພົບ ແລະ ຍຶດເອົາໄວ້ໄດ້ ເມື່ອປີ 2011.

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...