Homeຂ່າວທ້ອງຖິ່ນສວນອ່າງນ້ຳຫງຳ ໃບໜ້າໃໝ່ຕົວເມືອງຊຽງຂວາງ ກໍ່ສ້າງສຳເລັດແລ້ວ ຄາດເປັນສູນລວມນັກທ່ອງທ່ຽວ

ສວນອ່າງນ້ຳຫງຳ ໃບໜ້າໃໝ່ຕົວເມືອງຊຽງຂວາງ ກໍ່ສ້າງສຳເລັດແລ້ວ ຄາດເປັນສູນລວມນັກທ່ອງທ່ຽວ

Published on

ພິທີມອບ-ຮັບໂຄງການ​ສວນສາທາລະນະ​ອ່າງ​ນ້ຳ​ຫງຳ ເມືອງແປກ ແຂວງ​ຊຽງ​ຂວາງ ໄດ້​ຈັດຂຶ້ນ​ວັນ​ທີ 4 ກໍລະກົດ 2017 ທີ່ເດີ່ນ​ສວນ​ນ້ຳ​ຫງຳ ກ່າວ​ມອບໂດຍ​ທ່ານ ເກດ​ຕິ​ສັກ ພັກ​ວິເສດ ປະທານ​ບໍລິສັດ ພັດທະນາ​ກໍ່ສ້າງສີ​ບຸນ​ເຮືອງ ຈຳກັດ ກ່າວຮັບ​ຂອງ​ທ່ານ ບຸນ​ຈັນ ຂັນ​ຕິ​ພຸດທະ​ວົງ ຫົວໜ້າ​ອົງການ​ພັດ​ທະນາ ແລະ ບໍລິການ​ຕົວ​ເມືອງ (​ອພບຕ) ເມືອງ​ແປກ ໃຫ້​ກຽດເຂົ້າ​ຮ່ວມ​ຂອງ​ທ່ານ ບົວ​ສອນ ສີ​ນວນ​ທອງ ຮອງ​ເຈົ້າແຂວງ​ຊຽງຂວາງ ມີ​ທ່ານ​ເຈົ້າເມືອງ ຫົວໜ້າພະແນກການ ພາກສ່ວນ​ກ່ຽວຂອງ ແລະ ແຂກ​ຖືກ​ເຊີນ.

ທ່ານ ເກດ​ຕິ​ສັກ ພັກ​ວິເສດ ກ່າວ​ວ່າ: ໂຄງການ​ກໍ່ສ້າງ ແລະ ປັບປຸງ​ສວນ​ສາທາລະນະ​ອ່າງ​ນ້ຳຫງຳ ແມ່ນ​ໂຄງການ​ບຸລິມະສິດໜຶ່ງ​ທີ່​ນອນ​ຢູ່​ໃນ​ແຜນ​ຍຸດ​ທະ​ສາດ ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ແຂວງ​ຊຽງ​ຂວາງ ເພື່ອພັດທະນາ​ບັນດາ​ພື້ນຖານ​ໂຄງລ່າງດ້ານ​ຕ່າງໆ​ຂອງ​ແຂວງ​ມີການ​ຂະຫຍາຍຕົວ ເຊິ່ງ​ການ​ລົງທຶນ​ເຂົ້າ​ໃສ່​ການ​ພັດທະນາ​ສວນແຫ່ງ​ນີ້​ ໃຫ້​ກາຍເປັນ​ສວນ​ສາ​ທາລະນະ​ທີ່​ສວຍ​ງາມ​ທີ່​ສຸດ​ພາຍ​ໃນເທສະ​ບານ​ແຂວງ ໂດຍ​ສະເພາະແມ່ນ​ການ​ຮອງ​ຮັບ​ການ​ເປັນ​ເຈົ້າພາບ​ຈັດ​ງານ​ກີລາ​ແຫ່ງ​ຊາດ ຄັ້ງທີ 11 ຂອງ​ແຂວງ​ຊຽງ​ຂວາງ ໃນ​ປີ 2018 ສະຖານທີ່​ແຫ່ງ​ນີ້ ກໍ່​ຈະ​ກາຍເປັນ​ສູນ​ລວມ​ໜຶ່ງ​ຂອງບັນດາ​ນັກ​ທ່ອງ​ທຽ່ວ.

ໂຄງການ​ສວນ​ສາທາລະນະອ່າງ​ນ້ຳ​ຫງຳ​ລົງມື​ບຸກເບີກ ແລະ ກໍ່ສ້າງ​ມາ​ແຕ່ປີ 2013 ເປັນຕົ້ນມາ ໃນ​ເນື້ອທີ່​ກໍ່ສ້າງ​ທັງ​ໜົດ 17,5 ເຮັກຕາ ໂດຍ​ມອບ​ໃຫ້​ແກ່​ບໍລິ​ສັດ ພັດທະນາກໍ່ສ້າງ​ສີ​ບຸນເຮືອງ ຈຳກັດ ເປັນ​ຜູ້​ອອກ​ແບບຮັບ​ເໜົາ​ການ​ກໍ່ສ້າງ ແລະ ລົງທຶນ​ກ່ອນ 100% ໃນ​ມູນ​ຄ່າ 130 ກວ່າ​ຕື້​ກີບ ສວນ​ແຫ່ງ​ນີ້ ໄດ້​ຈັດແບ່ງ​ອອກ​ເປັນ​ແຕ່​ລະ​ໜ້າ​ວຽກທີ່​ລະອຽດ ເປັນຕົ້ນ ການ​ກໍ່ສ້າງເສັ້ນທາງ​ອ້ອມ​ຮອບ​ຄູ​ກັນ​ນ້ຳປະຕູ​ເປີດ-ປິດ​ນ້ຳ ອ່າງ​ເກັບ​ກັກ​ນ້ຳ ສວນ​ນ້ຳພຸ ສວນ​ດອກ​ໄມ້ ສວນປູກ​ຫຍ້າ ຕົ້ນໄມ້​ປະດັບ ເດີ່ນ​ຫາດຊາຍ ມີ​ດອກໄຟ​ເຍືອງ​ທາງ ຫ້ອງການ ແລະ ອື່ນໆ ຖື​ວ່າ​ມາ​ຮອດປັດຈຸບັນ​ນີ້ ໂຄງການ​ດັ່ງກ່າວແມ່ນ​ໄດ້​ສຳເລັດ​ການ​ກໍ່ສ້າງ​ແລ້ວ 100%.

ແຫລ່ງຂ່າວ: ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...