spot_img
Homeຂ່າວການສຶກສານ້ຳເທີນ 2 ມອບທຶນໃຫ້ນັກຮຽນລາວ 3 ຄົນ ໄປສຶກສາຕໍ່ຢູ່ປະເທດຝຣັ່ງ

ນ້ຳເທີນ 2 ມອບທຶນໃຫ້ນັກຮຽນລາວ 3 ຄົນ ໄປສຶກສາຕໍ່ຢູ່ປະເທດຝຣັ່ງ

Published on

ຂປລ. ນັກ​ຮຽນລາ​ວ ຈຳນວນ 3 ຄົນ​ທີ່ຮຽນຈົບມັດ​ທະ​ຍົມ​ຕອນ​ປາຍ (ມ7) ຈາກ​ໂຮງຮຽນ​ ມສ ວຽງ​ຈັນ ​ແລະ ​ໂຮງຮຽນ​ມັດທະຍົມ​ຝຣັ່ງ ​ໄດ້​ຮັບ​ທຶນ​ໄປ​ສຶກສາ​ຕໍ່ວິຊາ​ຊີບ ຢູ່​ມະຫາວິທະຍາ​ໄລ​ດ້ານ​ເຕັກ​ໂນ​ໂລ​ຊີ ທີ່​ມີ​ຊື່​ສຽງ ຢູ່​ພາກ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຂອງປະ​ເທດ​ຝຣັ່ງ ​ເປັນ​ເວລາ 2 ປີ ພາຍ​ໃຕ້​ບໍລິສັດ​​ໄຟຟ້ານ້ຳ​ເທີນ 2 ​ໃຫ້​ທຶນ​ສະໜັບສະໜູນ. 

ພິທີ​ເຊັນ​ສັນຍາ​ມອບ​ທຶນ​ດັ່ງ​ກ່າວ ​ໄດ້​ຈັດຂຶ້ນ​ໃນ​ວັນ​ທີ 6 ກໍລະກົດ 2017 ນີ້ ລະຫວ່າງ​ ທ່ານ ນາງ ໂກຣດີນ ເລີດູ​ ເອກ​ອັກຄະ​ລັດຖະທູດ​ຝຣັ່ງ ປະຈໍາລາວ ​ແລະ ທ່ານ ​ເຟຣ​ເດຣິກ ອອບຟ໌ ຜູ້ອຳນວຍການ​ໃຫຍ່​ ບໍລິສັດ​ໄຟຟ້າ​ນ້ຳ​ເທີນ 2 ​ໂດຍ​ມີ​ພາກສ່ວນ​ກ່ຽວຂ້ອງ​ທັງສອງ​ຝ່າຍ ​ເຂົ້າ​ຮ່ວມ​ເປັນ​ສັກ​ຄີ​ພິຍານ.

ນັກຮຽນ​ທີ່​ໄດ້​ຮັບ​ທຶນ ​ໄປ​ສຶກສາຕໍ່ຢູ່​ປະ​ເທດ​ຝຣັ່ງ​ໃນ​ຄັ້ງ​ນີ້ ຈະ​ໄດ້​ອອກ​ເດີ​ນທາງ​ ໃນ​ວັນ​ທີ 21 ກໍລະກົດ 2017 ນີ້, ພາຍຫລັງ​ທີ​ຮຽນ​ຈົບ​ມາ​ແລ້ວ ຈະ​ໄດ້​ມີ​ໂອກາດ​ເຂົ້າ​ເຮັດ​ວຽກ​ກັບ​ບໍລິສັດໄຟຟ້ານ້ຳ​ເທີນ 2. ​ໂຄງການ​ໃຫ້​ທຶນ​ການ​ສຶກສາ​ດັ່ງກ່າວ ​ແມ່ນ​ເລີ່​ມມາ​ແຕ່​ປີ 2015 ​ໂດຍ​ມີ​ນັກຮຽນ​ນັກ​ສຶກສາ​ຈໍານວນ​ 7 ຄົນ ​ເຊິ່ງ ປັດຈຸບັນ​ນີ້ ນັກ​ສຶກສາ​ເຫລົ່າ​ນັ້ນ ​ພວມ​ສຶກສາ​ຮໍ່າຮຽນ​ໃນ​ປະ​ເທດ​ຝຣັ່ງ. ທຶນ​ດັ່ງກ່າວເປັນ​ການ​ປະກອບສ່ວນ ​ເຂົ້າ​ໃນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ບຸກຄະລາ​ກອນ ​ແລະ ຕອບ​ສະໜອງ​ຄວາມ​ຕ້ອງການ​ ຂອງ​ອຸດສາຫະກຳ​ພະລັງງານ ​ແລະ ອື່ນໆ.

 

ແຫລ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...