Homeຂ່າວຕ່າງປະເທດອາເມຣິກາຢືນຢັນ ເກົາຫລີເໜືອທົດສອບຂີປະນາວຸດຂ້າມທະວີບສຳເລັດແທ້ຈິງ

ອາເມຣິກາຢືນຢັນ ເກົາຫລີເໜືອທົດສອບຂີປະນາວຸດຂ້າມທະວີບສຳເລັດແທ້ຈິງ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ກໍລະກົດຜ່ານມານີ້ວ່າ ກະຊວງປ້ອງກັນປະເທດ ສະຫະລັດອາເມຣິກາ ໄດ້ອອກມາຢືນຢັນຢ່າງເປັນທາງການວ່າ ສປປ ເກົາຫລີ ຫລື ເກົາຫລີເໜືອ ສາມາດດຳເນີນການທົດສອບຂີປະນາວຸດຂ້າມທະວີບ (ICBM) ດ້ວຍຜົນສຳເລັດຢ່າງແທ້ຈິງ ໃນວັນອັງຄານທີ 4 ກໍລະກົດຜ່ານມານີ້, ທ່ານ ເຣັກ ທິນເລີສັນ ລັດຖະມົນຕີການຕ່າງປະເທດອາເມຣິກາ ໄດ້ຖະແຫລງປະນາມການທົດສອບດັ່ງກ່າວ ໂດຍໄດ້ລະບຸວ່າ ການກະທຳດັ່ງກ່າວ ເປັນການຂະຫຍາຍຂອບເຂດໄພຄຸກຄາມ ຕໍ່ກັບສະຫະລັດ, ພັນທະມິດ ແລະ ຮຸ້ນສ່ວນ, ພາກພື້ນ ແລະ ຕໍ່ໂລກ.

ດ້ານທ່ານ ເດວິດ ໄຣ ນັກຟີສິກຈາກສະຫະພາບນັກວິທະຍາສາດ ໄດ້ລະບຸ່າ ຫາກຂໍ້ມູນດັ່ງກ່າວເປັນຄວາມຈິງ ໝາຍຄວາມວ່າ ຂີປະນາວຸດລູກດຽວກັນນີ້ ສາມາດຍິງໄດ້ໄກສຸດປະມານ 6,700 ກິໂລແມັດ ຊຶ່ງເປັນໄລຍະທີ່ສາມາດເດີນທາງເຖິງ 49 ລັດຂອງອາເມຣິກາ ແລະ ຄວບຄຸມດິນແດນຂອງລັດອາລາດກາ ເກືອບທັງໝົດອີກດ້ວຍ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...