Homeຂ່າວເຫດການເຈົ້າໜ້າທີ່ອາວຸໂສ ລາວ-ໄທ ລົງກວດກາ-ເລັ່ງລັດແກ້ໄຂຈຸດຄົງຄ້າງ ປັກຫລັກໝາຍຊາຍແດນ

ເຈົ້າໜ້າທີ່ອາວຸໂສ ລາວ-ໄທ ລົງກວດກາ-ເລັ່ງລັດແກ້ໄຂຈຸດຄົງຄ້າງ ປັກຫລັກໝາຍຊາຍແດນ

Published on

ຂປລ. ລະຫວ່າງວັນທີ 27-28 ມິຖຸນາ 2017, ເຈົ້າໜ້າທີ່ອາວຸໂສ ພາຍໃຕ້ຄະນະກໍາມາທິການຊາຍແດນຮ່ວມ ລາວ-ໄທ, ໄທ-ລາວ ໄດ້ຮ່ວມກັນລົງກວດກາພື້ນທີ່ຕົວຈິງ ​ເຂດຊາຍແດນ ລາວ-ໄທ, ທາງບົກ ບໍລິເວນແກ້ງຜາໄດ ແລະ ບໍລິເວນຜາຕັ້ງ-ຜາບ່ອງ ​ເຊິ່ງເປັນຈຸດຄົງຄ້າງທີ່ນອນໃນ ຈໍານວນ 14 ຈຸດ ຈາກການສໍາຫລວດ ແລະ ປັກຫລັກໝາຍຊາຍແດນ ລາວ-ໄທ ທີ່ເລີ່ມມາແຕ່ປີ 1997, ເບື້ອງລາວຂຶ້ນກັບເມືອງປາກທາ ແຂວງບໍ່ແກ້ວ ແລະ ເບື້ອງໄທຂຶ້ນກັບອໍາເພີວຽງແກ່ນ ຈັງຫວັດຊຽງຣາຍ.

ຄະນະຝ່າຍລາວນໍາໂດຍ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ປະທານຄະນະເຈົ້າໜ້າທີ່ອາວຸໂສ ຮ່ວມ ລາວ-ໄທ ແລະ ຄະນະຝ່າຍໄທນໍາໂດຍ ທ່ານ ວະສິນ ທີລະເວດຊະຍານ ທີປຶກສາກະຊວງການຕ່າງປະເທດ ປະທານຄະນະເຈົ້າໜ້າທີ່ອາວຸໂສຮ່ວມ ໄທ-ລາວ.

ການລົງກວດກາພື້ນທີ່ໃນຄັ້ງນີ້ ແມ່ນປະຕິບັດຕາມຜົນຂອງ ກອງປະຊຸມຄະນະກຳມາທິການຊາຍແດນຮ່ວມ ລາວ-ໄທ; ໄທ-ລາວ(JBC) ຄັ້ງທີ 10, ສະບັບລົງວັນທີ 23 ມັງກອນ 2015 ທີ່ນະຄອນຫລວງວຽງຈັນ ແລະ ປະຕິບັດຕາມການຕົກລົງເຫັນດີ ໃນການພົບປະສອງຝ່າຍ ລະຫວ່າງ ປະທານຄະນະເຈົ້າໜ້າທີ່ອາວຸໂສຮ່ວມທັງສອງຝ່າຍ ຄັ້ງ ວັນທີ 02​ ກຸມພາ 2017 ທີ່ດ່ານສາກົນວັງເຕົ່າ-ຊ່ອງເມັກ.

ໃນໂອກາດລົງກວດກາພື້ນທີ່ຄັ້ງນີ້, ປະທານຄະນະເຈົ້າໜ້າທີ່ອາວຸໂສຮ່ວມ ທັງສອງຝ່າຍໄດ້ ຮັບຟັງການລາຍງານ ແລະ ຊີ້ແຈງຈາກກອງສໍາຫລວດ ແລະ ປັກຫລັກໝາຍຊາຍແດນທາງບົກ ຮ່ວມ ລາວ-ໄທ; ໄທ-ລາວ ກ່ຽວກັບເຫດຜົນ ແລະ ຄວາມຄືບໜ້າຂອງການດໍາເນີນການ ສໍາຫລວດ ແລະ ແກ້ໄຂຈຸດຄົງຄ້າງຮ່ວມກັນ ໃນໄລຍະຜ່ານມາ. ຈາກນັ້ນ, ປະທານຮ່ວມທັງສອງຝ່າຍ ກໍໄດ້ແນະນໍາເຈົ້າໜ້າທີ່ກອງສໍາຫລວດທັງສອງຝ່າຍ  ຈົ່ງສືບຕໍ່ຮ່ວມກັນປຶກສາຫາລື ຊອກຫາວິທີການແກ້ໄຂທີ່ເໝາະສົມ, ສອດຄ່ອງກັບຫລັກການທາງດ້ານກົດໝາຍ ແລະ ຫລັກການເຕັກນິກ ເພື່ອແກ້ໄຂຈຸດຄົງຄ້າງດັ່ງກ່າວໃຫ້ສໍາເລັດໂດຍໄວ ເປັນຕົ້ນຮ່ວມກັນສໍາຫລວດເກັບລາຍລະອຽດເພີ່ມເຕີມ, ແຕ້ມແຜນຜັງສະໜາມ, ກໍານົດຈຸດທີ່ເໝາະສົມ ແລະ ກໍ່ສ້າງຫລັກໝາຍຊາຍແດນ ພ້ອມທັງຂີດທິດເນັ່ງເສັ້ນຊາຍແດນ ໃນແຜນຜັງສະໜາມເທິງສັນປັນນໍ້າທີ່ຕໍ່ເນື່ອງ ​ເຊິ່ງເປັນທິດເນັ່ງຂອງເສັ້ນຊາຍແດນ ຕາມສົນທິສັນຍາຝຣັ່ງ-ສະຫຍາມ ສະບັບລົງວັນທີ 23 ມີນາ 1907 ແລ້ວລາຍງານຕາມລໍາດັບຂັ້ນ ຈົນເຖິງປະທານຄະນະກໍາມາທິການຊາຍແດນຮ່ວມ ລາວ-ໄທ; ໄທ-ລາວ ພິຈາລະນາຕໍ່ໄປ.

ການລົງກວດກາພື້ນທີ່ຂອງຄະນະເຈົ້າໜ້າທີ່ອາວຸໂສຮ່ວມ ລາວ-ໄທ; ໄທ-ລາວ ໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດອັນສ້າງສັນ, ໄມຕີຈິດມິດຕະພາບ, ມີຄວາມເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນ ທັງໄດ້ຮ່ວມກັນປຶກສາຫາລືຢ່າງຈິງໃຈ ແລະ ກົງໄປກົງມາໃນທຸກໆບັນຫາອັນເປັນພື້ນຖານ ແລະ ຄວາມປາຖະໜາທີ່ຈະຮ່ວມກັນ ເລັ່ງລັດແກ້ໄຂຈຸດຄົງຄ້າງ ໃຫ້ສໍາເລັດຕາມແຜນການ ຂອງກອງປະຊຸມ ຄະນະກໍາມາທິການຊາຍແດນຮ່ວມ ລາວ-ໄທ; ໄທ-ລາວ ໃຫ້ສໍາເລັດ ໃນປີ 2016 ແລະ ທາງນໍ້າໃນປີ 2018.
ແຫລ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...