Homeຂ່າວການພັດທະນາອັດຕະປື ຈະລົງມືກໍ່ສ້າງເຂື່ອນໄຟຟ້າຫ້ວຍກະອວນ ທ້າຍປີນີ້

ອັດຕະປື ຈະລົງມືກໍ່ສ້າງເຂື່ອນໄຟຟ້າຫ້ວຍກະອວນ ທ້າຍປີນີ້

Published on

ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ແຂວງອັດຕະປື ​ໄດ້ເຊັນສັນຍາຄຸ້ມຄອງກໍ່ສ້າງ ໂຄງການເຂື່ອນໄຟຟ້າຂະໜາດນ້ອຍ ຫ້ວຍກະອວນ ທີ່ຕັ້ງຢູ່ເມືອງພູວົງ ເຊິ່ງມີກຳລັງຕິດຕັ້ງ 14,8 ເມກາວັດ ພາຍຫລັງ ເຊັນບົດບັນທຶກ ຄວາມເຂົ້າໃຈ (MOU) ໃນວັນທີ 13 ພຶດສະພາ ປີ 2011 ແລະ ດຳເນີນການສຶກສາຄົ້ນຄວ້າ ຄວາມເປັນໄປໄດ້ແຕ່ປີ 2011-2013 ເປັນຕົ້ນມາ. ຄາດວ່າ ຈະລົງມືການກໍ່ສ້າງ ພາຍໃນເດືອນຕຸລາ 2017 ແລະ ຈະໃຫ້ສຳເລັດພາຍໃນ 5 ປີ.

ຮ່ວມ​ລົງ​ນາມ​ໃນ​ສັນຍາ​ກໍ່ສ້າງ​ມີ ທ່ານ ທ່ານ ສຸລິຈັນ ພອນແກ້ວ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ທ່ານ ວິທະຍາ ພົມມະຈັນ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ກັບທ່ານ ສຸລິຈັນ ໂຊກຄຳຈັນ ຮອງເຈົ້າເມືອງພູວົງ ແລະ ທ່ານ ພົງສະຫວັນ ເສນາພວນ ປະທານບໍລິສັດ ພົງ​ຊັບ​ທະວີ ໂດຍຊ້ອງໜ້າ ທ່ານ ນາມ ວິຍະເກດ ເຈົ້າແຂວງອັດ​ຕະປື, ພ້ອມດ້ວຍ ຫົວໜ້າພະແນກການກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

 

ແຫລ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...