Homeຂ່າວຕ່າງປະເທດ"ປູຕິນ - ສີ ຈິ້ນຜິງ" ຫາລືໃນລະດັບທະວີພາຄີເປັນຄັ້ງທີ 3 ໃນປີນີ້

“ປູຕິນ – ສີ ຈິ້ນຜິງ” ຫາລືໃນລະດັບທະວີພາຄີເປັນຄັ້ງທີ 3 ໃນປີນີ້

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ມອສກູ ປະເທດຣັດເຊຍ ເມື່ອວັນທີ 4 ກໍລະກົດ 2017 ວ່າ ປະທານາທິບໍດີ ວາລາດີເມຍ ປູຕິນ ຕ້ອນຮັບປະທານາທິບໍດີ ສີ ຈິ້ນຜິງ ທີ່ທຳນຽບເຄຣມລິນ ເມື່ອວັນຈັນທີ່ຜ່ານມາ ເນື່ອງໃນໂອກາດທີ່ຜູ່ນຳຈີນເດີນທາງມາຢ້ຽມຢາມຣັດເຊຍຢ່າງເປັນທາງການໃນລະຫວ່າງວັນທີ 3-4 ກໍລະກົດ. ແຕ່ການພົບປະກັນເມື່ອວັນຈັນທີ່ຜ່ານມາຍັງເປັນການຫາລືແບບບໍ່ເປັນທາງການ ກ່ອນມີການປະຊຸມກັນລະດັບເຕັມຄະນະໃນວັນອັງຄານຕາມເວລາທ້ອງຖິ່ນ ເຊິ່ງມີລາຍງານວ່າຈະມີການລົງນາມໃນຂໍ້ຕົກລົງຮ່ວມມືຫຼາຍຢ່າງມູນຄ່າກວ່າ 10,000 ລ້ານໂດລາ

ດ້ານ ທ່ານ ຍູຣິ ຍູຊາຄອຟ ທີ່ປຶກສາດ້ານນະໂຍບາຍຕ່າງປະເທດຂອງທຳນຽບເຄຣມລິນ ກ່າວເຖິງຄວາມສຳພັນລະຫວ່າງຣັດເຊຍ ແລະ ຈີນໃນປັດຈຸບັນ ຢູ່ໃນລະດັບດີທີ່ສຸດໃນປະຫວັດສາດ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...