spot_img
Homeຂ່າວພາຍ​ໃນສະພານະຄອນຫຼວງ ຮັບຮອງຮ່າງກອງທຶນທາງປະຊາຊົນ

ສະພານະຄອນຫຼວງ ຮັບຮອງຮ່າງກອງທຶນທາງປະຊາຊົນ

Published on

ສະພານະຄອນຫຼວງ ຮັບຮອງຮ່າງກອງທຶນທາງປະຊາຊົນ, ພ້ອມປະຕິບັດຕົ້ນປີຫນ້າ ລົດເກັງ ເກັບ 5 ແສນກີບ(ຄວາມແຮງ2999ຊີຊີລົງມາ)

ໃນທ້າຍອາທິດຜ່ານມາ ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ I  ໄດ້ຮັບຮອງຮ່າງ ຂໍ້ຕົກລົງ ວ່າດ້ວຍການສ້າງຕັ້ງກອງທຶນທາງປະຊາຊົນ ນະຄອນຫຼວງວຽງຈັນ ທີ່ສະເໜີໂດຍທ່ານ ເດດສົງຄາມ ທຳມະວົງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ.

ກອງທຶນທາງປະຊາຊົນນະຄອນຫຼວງ ຈະເລີ່ມການທົດລອງຈັດຕັ້ງປະຕິບັດຢ່າງເປັນທາງການໃນວັນທີ 1 ມັງກອນ 2018 ຮອດວັນທີ 31 ທັນວາ 2020 ໂດຍການເກັບເພີ່ມຄ່າບໍລິການມາດຕະຖານເຕັກນິກພາຫະນະ (ລົດ) ທຸກປະເພດປີລະ 1 ຄັ້ງ ທີ່ຂຶ້ນທະບຽນຢູ່ນະຄອນຫຼວງ ຫຼື ຂຶ້ນທະບຽນຢູ່ແຂວງອື່ນ ແຕ່ມາປະຈຳການ, ດຳເນີນທຸລະກິດ ຢູ່ນະຄອນຫຼວງວຽງຈັນ (ຍົກເວັ້ນສະເພາະລົດນັກການທູດ ແລະ ອົງການຈັດຕັ້ງສາກົນ).

ລາຍລະອຽດຄ່າທຳນຽມມີດັ່ງນີ້:
+ລົດບັນທຸກປະເພດ 18 ລໍ້ຂຶ້ນໄປເກັບ 1 ລ້ານກີບ
+ລົດບັນທຸກປະເພດ 12 ລໍ້ເກັບ 8 ແສນກີບ,
+ລົດບັນທຸກ 10 ລໍ້ ເກັບ 6 ແສນກີບ,
+ລົດບັນທຸກປະເພດ 6 ລໍ້ ເກັບ 5 ແສນກີບ,
+ລົດບັສປະເພດ 45 ບ່ອນນັ່ງຂຶ້ນໄປ ເກັບ 5 ແສນກີບ,
+ລົດບັສປະເພດ 25 ບ່ອນນັ່ງເກັບ 4 ແສນກີບ,
+ລົດຕູ້ໂດຍສານເກັບ 3 ແສນກີບ,
+ລົດແຕັກຊີເກັບ 3 ແສນ,
+ລົດສອງແຖວໃຫຍ່ເກັບ 3 ແສນກີບ,
+ລົດສອງແຖວນ້ອຍເກັບ 2 ແສນກີບ,
+ລົດກະບະ ລົດຕູ້ສ່ວນຕົວ ຄວາມແຮງສູງກວ່າ 3000 ຊີຊີຂຶ້ນໄປເກັບ 6 ແສນກີບ,
+ລົດກະບະ ລົດຕູ້ສ່ວນຕົວ ຄວາມແຮງແຕ່ 2999 ຊີຊີ ລົງມາເກັບ 5 ແສນກີບ,
+ລົດເກັງ ແລະ ລົດຈິບ ທຸກຊະນິດ ຄວາມແຮງສູງກວ່າ 3000 ຊີຊີ ຂຶ້ນໄປເກັບ 8 ແສນກີບ,
+ລົດເກັງ ແລະ ລົດຈິບ ທຸກຊະນິດ ຄວາມແຮງແຕ່ 2999 ຊີຊີ ລົງມາເກັບ 5 ແສນກີບ,
+ລົດສາມລໍ້ຕຸກໆ ແລະ ລົດຈຳໂບ້ເກັບ 120,000ກີບ,
+ລົດຈັກທຸກປະເພດ ຄວາມແຮງແຕ່ 109 ຊີຊີ ລົງມາເກັບ 50 ພັນກິີບ,
+ລົດຈັກທຸກປະເພດ ຄວາມແຮງສູງກວ່າ 110 ຊີຊີ ຂຶ້ນໄປເກັບ 120 ພັນກີບ.

ການນຳໃຊ້ເງິນກອງທຶນປະຊາຊົນນະຄອນຫຼວງວຽງຈັນແມ່ນ ຊຳລະໜີ້ສິນການກໍ່ສ້າງເສັ້ນທາງທີ່ນະຄອນຫຼວງ ແລະ ເມືອງຕົກລົງໃນເມື່ອກ່ອນ 25%; ກໍ່ສ້າງ, ສ້ອມແປງບູລະນະຮັກສາເສັ້ນທາງ 74% ເມືອງ ແລະ ບ້ານຄຸ້ມຄອງ (ບໍ່ກວມເອົາເສັ້ນທາງຫຼວງແຫ່ງຊາດ ໃນເຂດນະຄອນຫຼວງວຽງຈັນ ທີ່ສູນກາງຄຸ້ມຄອງ) ແລະ ໃຊ້ເຂົ້າໃນວຽກງານຄຸ້ມຄອງ-ບໍລິຫານກອງທຶນ ນະຄອນຫຼວງວຽງຈັນ 1%.

ວິທີການເກັບລາຍຮັບ ແລະ ການຖອນເງິນ ຫຼື ການໂອນເງິນເຂົ້າບັນຊີ ກອງທຶນທາງປະຊາຊົນນະຄອນຫຼວງ ໃຫ້ປະຕິບັດຕາມລະບຽບການສະເພາະ ຂອງແຕ່ລະປະເພດລາຍຮັບ, ເງິນລາຍຮັບຄ່າບໍລິການມາດຕະຖານເຕັກນິກ ພາຫະນະທັງໝົດທີ່ກ່າວມາຂ້າງເທິງນັ້ນ ແລະ ລາຍຮັບອື່ນໆ ລວມທັງດອກເບ້ຍຕ້ອງຖອກ ແລະ ໂອນເຂົ້າບັນຊີຂອງກອງທຶນທາງປະຊາຊົນນະຄອນຫຼວງ ທຸກໆທ້າຍເດືອນ, ການຈັດຕັ້ງປະຕິບັດເກັບລາຍຮັບແມ່ນຢູ່ ສູນກວດກາເຕັກນິກທຸກຈຸດກວດກາ ແລະ ຫ້ອງການ 9 ຕົວເມືອງເປັນຫຼັກ.

ແຫລ່ງຂ່າວ: ລາວອັບເດດ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...