Homeຂ່າວຕ່າງປະເທດດິນຖະຫຼົ່ມເມືອງຮິໂຣຊິມາຂອງຍີ່ປຸ່ນ ເສຍຊີວິດແລ້ວ 36 ສູນຫາຍອີກ 7 ຄົນ

ດິນຖະຫຼົ່ມເມືອງຮິໂຣຊິມາຂອງຍີ່ປຸ່ນ ເສຍຊີວິດແລ້ວ 36 ສູນຫາຍອີກ 7 ຄົນ

Published on

 

ເກີດເຫດດິນຖະຫຼົ່ມເມືອງຮິໂຣຊິມາ ປະເທດຍີ່ປຸ່ນ ເມື່ອຄືນນີ້ (20 ສິງຫາ) ເຮັດໃຫ້ປະຊາຊົນເສຍຊີວິດແລ້ວ

ຢ່າງໜ້ອຍ 36 ຄົນ ແລະ ສູນຫາຍອີກ 7 ຄົນ.

 

Hiroshima_002

 

ເຫດເກີດຂຶ້ນຈາກພູຖະຫຼົ່ມໃນເມືອງຮິໂຣຊິມາຂອງຍີ່ປຸ່ນ ເນື່ອງຈາກຝົນຕົກລົງມາຢ່າງໜັກ ເຮັດໃຫ້ເກີດດິນ

ຖະຫຼົ່ມທັບບ້ານເຮືອນປະຊາຊົນ ໂດຍລາຍງານລ່າສຸດ ມີຜູ້ເສຍຊີວິດ 36 ຄົນ ແລະ ສູນຫາຍອີກ 7 ຄົນ.

 

ທັງນີ້ ເຈົ້າໜ້າທີ່ກູ້ໄພ ອາຍຸ 53 ປີ ເສຍຊີວິດລະຫວ່າງຊ່ວຍຊີວິດປະຊາຊົນອີກ 5 ຄົນ ໃຫ້ອອກຈາກພື້ນທີ່ໄພພິ

ບັດ ເຮັດໃຫ້ດິນຖະຫຼົ່ມລົງມາເປັນເທື່ອທີສອງ ຝັງຮ່າງຂອງເຂົາເສຍຊີວິດ, ຢ່າງໃດກໍຕາມ ເຈົ້າໜ້າທີ່ກູ້ໄພ ແລະ

ເຈົ້າໜ້າທີ່ດັບເພີງ ໄດ້ເລັ່ງໃຫ້ຄວາມຊ່ວຍເຫຼືອຜູ້ປະສົບໄພຢ່າງຮີບດ່ວນ.

 

Hiroshima_003

Hiroshima_004

Hiroshima_007

Hiroshima_008

 

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...