Homeຂ່າວຕ່າງປະເທດຄື້ນແຮງງານຈໍານວນຫລາຍຈາກ ມຽນມາ, ກໍາປູເຈຍ ແລະ ລາວພາກັນກັບປະເທດດ່ວນ

ຄື້ນແຮງງານຈໍານວນຫລາຍຈາກ ມຽນມາ, ກໍາປູເຈຍ ແລະ ລາວພາກັນກັບປະເທດດ່ວນ

Published on

ແຫລ່ງຂ່າວມະຕິຊົນຂອງໄທເປີດເຜີຍໃນວັນ 1/7/2017 ວ່າໄດ້ເກີດມີຄື້ນແຮງງານຈໍານວນຫລາຍຈາກ ມຽນມາ, ກໍາປູເຈຍ ແລະ ລາວ ພາກັນແຫ່ຂ້າມຊາຍແດນເພື່ອກັບປະເທດດ່ວນ ຍ້ອນຢ້ານຕິຄຸກ ແລະ ຖືກປັບໄຫມ.

ທ່ານ ສົມພົງ ຜູ່ອຳນວຍການມູນນິທິສົ່ງເສີມເຄື່ອຂ່າຍຄຸນນະພາບຊີວິດແຮງງານ ກ່າວວ່າ ການນຳໃຊ້ ພ.ຣ.ກ ການບໍລິຫານຈັດການການທຳງານຂອງແຮງງານຕ່າງດ້າວ ປະຈຳປີ 2017 ສົ່ງຜົນໃຫ້ແຮງງານຕ່າງດ້າວທີ່ບໍ່ມີເອກະສານໃດໆ ຫຼື ມີເອກະສານບໍ່ຄົບ ບໍ່ສາມາດຕໍ່ໃບອະນຸຍາດທຳງານໄດ້ຫຼັງເກີນກຳນົດ 15 ວັນ.

ພາຍຫລັງລັດຖະບານໄທປະກາດວ່າຖ້າແຮງງານຕ່າງດ້າວບໍ່ມີເອກະສານ ຫລື ເອກະສານບໍ່ຄົບຈະຖືກຈັບທັນທີ ພ້ອມປັບໄຫມ ຂະນະທີ່ແຫລ່ງຂ່າວຍັງຊີ້ແຈງວ່າມີເຈົ້າຫນ້າທີ່ຕໍາຫລວດໄທຈໍານວນຫນຶ່ງໄດ້ສວຍໂອກາດປັບໄຫມ ແລະ ເອົາເງິນແຮງງານຕ່າງດ້າວປະມານ 5.000 ບາດຕໍ່ຄົນ ເຖິ່ງແມ່ນວ່າ ທ່ານ ປະຍຸດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທປະກາດບໍ່ໃຫ້ເກັບ ແລະ ປັບໄຫມກໍ່ຕາມ.

ທ່ານ ສົມພົງ ກ່າວວ່າ ຈາກບັນຫາເຫຼົ່ານີ້ມູນນິທິສົ່ງເສີມເຄື່ອຂ່າຍຄຸນນະພາບຊີວິດແຮງງານ ຈະລະດົມບັນຫາຜົນກະທົບທາງນະໂຍບາຍ ແລະ ການປະຕິບັດ ເພື່ອຍື່ນຂໍ້ສະເໝີແນວທາງການບໍລິຫານຈັດການແຮງງານຂ້າມຊາດທີ່ດີ ເຮັດໃຫ້ເກີດປະໂຫຍດຕໍ່ທຸກຝ່າຍ ພ້ອມກັບຄຳຖາມຕ່າງໆໃຫ້ລັດຖະບານໄດ້ຮູ້ ເພື່ອແກ້ໄຂບັນຫາຕ່າງໆ ກ່ຽວກັບ ພ.ຣ.ກ ສະບັບໃໝ່ ໃນວັນທີ 5 ກໍລະກົດ 2017 ທີ່ຈະຮອດນີ້ທີ່ກະຊວງແຮງງານ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...