Homeຂ່າວຕ່າງປະເທດຣັດເຊຍ-ຫວຽດນາມ ເພີ່ມຄວາມຮ່ວມມືດ້ານການລົງທຶນ ແລະ ພະລັງງານ

ຣັດເຊຍ-ຫວຽດນາມ ເພີ່ມຄວາມຮ່ວມມືດ້ານການລົງທຶນ ແລະ ພະລັງງານ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ມອສກູ ປະເທດຣັດເຊຍ ເມື່ອວັນທີ 30 ມິຖຸນາ ນີ້ວ່າ ປະທານາທິບໍດີ ວາລາດິເມຍ ປູຕິນ ໄດ້ພົບປະຫາລືກັບ ປະທານາທິບໍດີ ເຈິ່ນ ດົ່ວ ກວາງ ທີ່ທຳນຽບເຄຣມລິນ ເມື່ອວັນພະຫັດທີ່ຜ່ານມາ ເນື່ອງໃນໂອກາດທີ່ຜູ່ນຳຫວຽດນາມເດີນທາງມາຢ້ຽມຢາມນະຄອນຫຼວງມອສກູຢ່າງເປັນທາງການ ໂດຍຜູ່ນຳທັງສອງປະເທດຮ່ວມເປັນສັກຂີພະຍານໃນພິທີລົງນາມບັນທຶກຄວາມເຂົ້າໃຈ (ເອັມໂອຢູ) ດ້ານການຄ້າ ແລະ ການລົງທຶນຫຼາຍກວ່າ 20 ລາຍການ ເຊິ່ງລວມເປັນມູນຄ່າກວ່າ 10,000 ລ້ານໂດລາ ເພື່ອສົ່ງເສີມຄວາມຮ່ວມມືທາງການຄ້າໃນລະດັບທະວີບພາຄີ ທີ່ຮວມເຖິງການອຳນວຍຄວາມສະດວກໃຫ້ສິນຄ້າຈາກຫວຽດນາມມີໂອກາດໄດ້ວາງຈຳໜ່າຍໃນຕະຫຼາດຂອງຣັດເຊຍຫຼາຍຂຶ້ນ

ນອກຈາກນີ້ ທ່ານ ປູຕິນ ຍັງກ່າວເຖິງການຂະຫຍາຍຂອບເຂດຄວາມຮ່ວມມືໃນໂຄງການສຳລຫຼວດ ແລະ ຜະລິດນ້ຳມັນ ແລະ ກ໊າຊທຳມະຊາດ ທີ່ຜູ່ນຳຣັດເຊຍຢືນຢັນວ່າການດຳເນີນການຈະເປັນໄປຕາມກອບຂອງອະນຸສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລ (ຢູເອັນຄລອສ) ສະບັບປີ 1982 ຢ່າງແນ່ນອນ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...