ລົດນ້ຳມັນລະເບີດເສຍຊີວິດ ແລະ ບາດເຈັບນັບຮ້ອຍ

ຕອນເຊົ້າຂອງວັນທີ 25 ມິຖຸນາ 2017 ສຳນັກຂ່າວອັລ-ຈາຊີລາຍງານວ່າ ເກີດເຫດໄຟໄໝ້ຖັງນ້ຳມັນ ແລະ ລະເບີດ ໃກ້ກັບເມືອງ ບາຮວັລປູຣ ລັດປັນຈາບ ປະເທດ ປາກິສຖານ ຈົນເປັນເຫດໃຫ້ມີຜູ່ເສຍຊີວິດ 123 ຄົນ ແລະ ບາດເຈັບກວ່າ 130 ຄົນ

ແຫລ່ງຂ່າວລະບຸວ່າ ຜູ່ເສຍຊີວິດສ່ວນຫຼາຍແມ່ນອາໃສຢູ່ໃກ້ບໍລິເວນດັ່ງກ່າວ ສ່ວນຜູ່ບາດເຈັບແມ່ນຖືກນຳຕົວສົ່ງໂຮງໝໍ ບາລບາຮາວັລປູຣ ວິກຕໍເຣຍ ຄາດວ່າຍັງຈະມີຍອດຜູ່ເສຍຊີວິດເພີ່ມຂຶ້ນອີກຈຳນວນຫຼາຍ

ລົດດັບພີງໄດ້ມາຮອດຈຸດ້ກີດເຫດບໍ່ດົນຫຼັງເກີດເຫດລະເບີດ ນອກຈາກຈະມີຄົນບາດເຈັບ ແລະ ເສຍຊີວິດຈຳນວນຫຼາຍແລ້ວ ລົດທີ່ຢູ່ບໍລິເວນນັ້ນກໍ່ຖືກເຜົາໄໝ້ເປັນຈຳນວນຫຼາຍ