Homeເກັບຕົກ-ເລື່ອງແປກລູກແກະເກີດມາຄ້າຍຄົນ ທີ່ແອຟຣິກາໃຕ້

ລູກແກະເກີດມາຄ້າຍຄົນ ທີ່ແອຟຣິກາໃຕ້

Published on

ເດິຂັນລາຍງານເມື່ອວັນທີ 23 ມິຖຸນາ 2017 ທີ່ຜ່ານມາ ເກີດກະແສຂວັນຜະຫວາປີສາດໃນໝູ່ບ້ານເລດີ້ເຟີຣ ໃນແຂວງ ອິສເທຣິນ ປະເທດແອຟຣິກາໃຕ້ ເມື່ອມີລູກແກະເກີດມາຜິດປົກກະຕິເຄິງຄົນເຄິ່ງສັດປະຫຼາດ ແລະ ຕາຍຕັ້ງແຕ່ຕອນເກີດ ເຮັດໃຫ້ຊາວບ້ານໃນເຂດນັ້ນກວ່າ 4,000 ຄົນທີ່ມີຄວາມເຊື່ອເລື່ອງຜີສາງເທວະດາ ພາກັນແຕກຕື່ນຢ້ານກົວ ລືກັນວ່ານີ້ເປັນຄຳສາບຂອງແມ່ມົດ

ສຳລັບຄຳອະທິບາຍທາງວິທະຍາສາດ ລູກແກະຕົວນີ້ ມີບັນຫາມາຈາກການພັດທະນາບໍ່ເຕັມທີ່ຕັ້ງແຕ່ຢູ່ໃນທ້ອງ, ດ.ຣ ລູບາບາໂລ ເອັມເວບີ ຜູ່ອຳນວຍການສຳນັກງານສັດຕະວະແພດທີ່ໄດ້ຮັບມອບໝາຍໃຫ້ໄປກວດສອບກ່າວວ່າ ຕອນທຳອິດເຫັນຊາກສົບລູກແກະຍັງຄິດວ່າຄືຄົນ ແຕ່ແນ່ນອນວ່າບໍ່ແມ່ນຄົນ 

“ເຮົາຢືນຢັນວ່ານີ້ບໍ່ແມ່ນຮູບຫຼອກລວງ ແຕ່ເປັນລູກແກະທີ່ມີຮູບຮ່າງຜິດປົກກະຕິເທົ່ານັ້ນ ອາດເປັນເພາະແມ່ແກະຕິດເຊື້ອໄວຣັດຣິຟ ວັລລີ ໃນຕອນຖືພາ ແກະໂຕນີ້ເປັນສັດທີ່ມີໂຄຣໂມໂຊມ 28 ຄູ່ ສ່ວນມະນຸດມີ 23 ຄູ່ ດັ່ງນັ້ນຈິ່ງຢັ້ງຢືນໄດ້ວ່າ ບໍ່ມີນ້ຳສະເປີມຂອງມະນຸດປະສົມກັບໄຂ່ແມ່ແກະແນ່ນອນ”

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...