Homeຂ່າວເຫດການຣາຊະອານາຈັກໄທເຊີນຊວນ ພີ່ນ້ອງຊາວລາວເຂົ້າຮ່ວມງານມະຫະກຳ LANNA EXPO 2017

ຣາຊະອານາຈັກໄທເຊີນຊວນ ພີ່ນ້ອງຊາວລາວເຂົ້າຮ່ວມງານມະຫະກຳ LANNA EXPO 2017

Published on

ຕອນເຊົ້າ ວັນທີ 20 ມິຖຸນາ 2017 ຢູ່ທີ່ພັດຕາຄານອິນທາວ ນະຄອນຫຼວງວຽງຈັນ ຕົວແທນໂຄງການລ້ານນາເອັກຊະໂປ 2017 (LANNA EXPO 2017 ) ໄດ້ຈັດພິທີຖະແຫຼງຂ່າວກ່ຽວກັບງານມະຫະກຳດັ່ງກ່າວ ໂດຍເຊີນຊວນໃຫ້ນັກທ່ອງທ່ຽວລາວ ທັງທີ່ເປັນນັກທຸລະກິດ, ກຸ່ມຜະລິດຕະພັນ ແລະພໍ່ແມ່ປະຊາຊົນລາວ ເຂົ້າຮ່ວມ ເຊິ່ງງານລ້ານນາເອັກຊະໂປ 2017 (LANNA EXPO 2017 ) ຈະໄດ້ຈັດຂຶ້ນ ໃນວັນທີ 23 ມິຖຸນາ – 2 ກໍລະກົດ 2017 (ເປັນເວລາ 10 ມື້ເຕັມໆ) ທີ່ສູນປະຊຸມແລະວາງສະແດງສິນຄ້ານານາຊາດສະເຫຼີມພະກຽດ 7 ຮອບ ພະຊົນມະພັນສາ ຈັງຫວັດຊຽງໃໝ່.

ເປັນກຽດຖະແຫຼງຂ່າວຕໍ່ສື່ມວນຊົນລາວຄັ້ງນີ້ ໂດຍທ່ານ ສຸທົນ ວິໄຊຣັດ ປະທານສຳນັກງານການທ່ອງທ່ຽວແລະກິລາຈັງວັດຊຽງໃໝ່ ແລະທ່ານ ພູຣິພັນ ບຸນນາກ ປະທານສຳນັກງານສົ່ງເສີມການຈັດປະຊຸມແລະນິທັດສະການ (ອົງການມະຫາຊົນ) ແຫ່ງປະເທດໄທ ເຊິ່ງມີເນື້ອໃນຖະແຫຼງຂ່າວບາງຕອນກ່າວວ່າ: ກຸ່ມຈັງຫວັດທາງພາກເໜືອຕອນເທິງ ຂອງໄທ ຮ່ວມກັນຈັດງານ ລ້ານນາເອັກຊະໂປ 2017 (LANNA EXPO 2017 ) ພາຍໃຕ້ແນວຄວາມຄິດ ”ຕາມຮອຍພໍ່ ວິຖີພໍພຽງ“ ເພື່ອສຳນຶກບຸນຄຸນຕໍ່ ພະຣາຊະດຳລິຂອງສົມເດັດພະປໍຣະມິນທະຣະມະຫາພູມິພົນອະດຸນຍະເດດ ຊູທ່ອງທ່ຽວຕາມຮອຍພໍ່ວິຖີພໍພຽງ ຢ້ອນຮອຍເສັ້ນທາງການທ່ອງທ່ຽວຕາມໂຄງການພະຣາຊະດຳລິເຊິ່ງຈະຈັດສະແດງຜ່ານ ”ນິທັດສະການຕາມຮອຍພໍ່ ວິຖີພໍພຽງ“ ພາຍໃນງານລ້ານນາເອັກຊະໂປ 2017 (LANNA EXPO 2017 ) ສະທ້ອນພາບເລື່ອງລາວຊີວິດ ອັດຕະລັກ ປະເພນີ ແລະວັດທະນະທຳຂອງກຸ່ມຈັງຫວັດທາງພາກເໜືອຕອນເທິງຂອງໄທ.

ເນື່ອງຈາກພື້ນທີ່ໃນເຂດພາກເໜືອຕອນເທິງ 1 ຂອງໄທ ໄດ້ແກ່ຈັງຫວັດຊຽງໃໝ່, ລຳພູນ, ລຳປາງ ແລະແມ່ຮ່ອງສອນ ເຊິ່ງເປັນກຸ່ມພື້ນທີ່ທີ່ໄດ້ຮັບການສົ່ງເສີມຈາກສົມເດັດພະປໍຣະມິນທະມະຫາພູມິພົນອະດຸນຍະເດດ ໃນການພັດທະນາຊີວິດການເປັນຢູ່ແລະການສ້າງອາຊີບໃຫ້ກັບປະຊາຊົນຜ່ານບັນດາໂຄງການໃນພະຣາຊະດຳລິ ຈຳນວນລວມກວ່າ 37 ແຫ່ງ ໃນເຂດພາກເໜືອຕອນເທິງເຊິ່ງແບ່ງເປັນ ຊຽງໃໝ່ 28 ໂຄງການ, ຊຽງຮາຍ 6 ໂຄງການ, ແມ່ຮ່ອງສອນ 2 ໂຄງການ, ລຳພູນ 1 ໂຄງການ, ພະເຍົາ 1 ໂຄງການ. ດັ່ງນັ້ນ, ງານສະແດງສິນຄ້າ ລ້ານນາເອັກຊະໂປ 2017 ຈຶ່ງປຽບດັ່ງເວທີການຄ້າທີ່ເປີດໂອກາດໃຫ້ປະຊາຊົນແລະນັກທຸລະກິດທີ່ສົນໃຈ ໄດ້ເຂົ້າເຖິງຜະລິດຕະພັນທ້ອງຖິ່ນ ອີກທັງເປັນກ້າວທຳອິດໃຫ້ຜູ້ປະກອບການຂະໜາດນ້ອຍໃນລະດັບພູມິພາກເຂົ້າໃຈເຖິງຄວາມຕ້ອງການຂອງຕະຫຼາດ ເພື່ອນຳມາພັດທະນາຜະລິດຕະພັນແລະບໍລິການຂອງຕົນ ຕະຫຼອດເຖິງການຂະຫຍາຍຖານລູກຄ້າໃນລະດັບນານາຊາດ ກໍຄືຂະຫຍາຍຕະຫຼາດໄປຍັງກຸ່ມບັນດາປະເທດລຸ່ມແມ່ນໍ້າຂອງ ຫຼື CLMV ນຳດ້ວຍ.

ພາຍໃນງານຈະມີການຈັດນິທັດສະການກ່ຽວກັບບັນດາໂຄງການພະຣາຊະດຳລິຂອງພະເຈົ້າມະຫາຊີວິດ ຣາຊະການທີ່ 9 ຂອງໄທ, ວາງສະແດງສິນຄ້າຫັດຖະກຳ, ຜ້າແພ, ເຄື່ອງປັ້ນດິນເຜົາ, ໄມ້ແກະສະຫຼັກ, ອາຫານ, ວັດທະນະທຳທ້ອງຖິ່ນ ແລະນຳສະເໜີສະຖານທີ່ທ່ອງທ່ຽວທີ່ສວຍງາມຂອງພາກເໜືອຂອງໄທ ລວມທັງການເຊື່ອມໂຍງການທ່ອງທ່ຽວກັບບັນດາປະເທດລຸ່ມແມ່ນໍ້າຂອງນຳອີກ.

ພາຍໃນງານມະຫະກຳລ້ານນາເອັກຊະໂປ 2017 (LANNA EXPO 2017 ) ດັ່ງກ່າວນີ້ ແມ່ນໄດ້ເປີດກວ້າງໃຫ້ບັນດາປະເທດທີ່ມີກົງສູນຢູ່ຊຽງໃໝ່ ແລະບັນດາປະເທດລຸ່ມແມ່ນໍ້າຂອງ ສາມາດເຂົ້າຮ່ວມວາງສະແດງສິນຄ້າ, ຈັບຄູ່ທຸລະກິດ ແລະທ່ຽວຊົມນິທັດສະການໄດ້.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...