spot_img
Home​ຂ່າວທ່ອງທ່ຽວSTAYCATION ອີກໜຶ່ງທາງເລືອກຂອງການພັກຜ່ອນສຳລັບຜູ້ມີເວລາໜ້ອຍແຕ່ໃຫ້ຄວາມສຸກເກີນຄາດ

STAYCATION ອີກໜຶ່ງທາງເລືອກຂອງການພັກຜ່ອນສຳລັບຜູ້ມີເວລາໜ້ອຍແຕ່ໃຫ້ຄວາມສຸກເກີນຄາດ

Published on

ຖ້າເວົ້າເຖິງການພັກຮ້ອນ ຫລື Vacation ຫລາຍຄົນອາດຈະຄິດເຖິງເລື່ອງການກຽມ ກະເປົ໋າເດີນທາງໜ່ວຍໃຫຍ່ ເພື່ອເດີນທາງໄປທ່ຽວ ທາງໄກ ແລະໃຊ້ເວລາຫລາຍມື້. ແຕ່ປັດຈຸບັນນີ້ມີ ການທ່ອງທ່ຽວຮູບແບບໃໝ່ ທີ່ກຳລັງເປັນທີ່ນິຍົມ ໃນຕ່າງປະເທດ ແລະ ຄິດວ່າຄົນລາວເຮົາສ່ວນໃຫຍ່ແມ່ນຍັງບໍ່ຄ່ອຍໄດ້ຍິນ ນັ້ນກໍຄື ການທ່ອງທ່ຽວແບບ Staycation ໂດຍຄຳສັບນີ້ມາຈາກຄຳວ່າ Stay Home + Vacation ນັ້ນເອງ. ຮູບແບບຂອງການທ່ອງທ່ຽວແບບນີ້ແມ່ນ ການທ່ອງທ່ຽວໃນບໍລິເວນໃກ້ຄຽງ ໂດຍບໍ່ຈຳເປັນຕ້ອງໃຊ້ເວລາໃນການເດີນທາງ ໄກ ແລະ ໄດ້ໃຊ້ເວລາພັກຜ່ອນຢ່າງເຕັມທີ່ໃນສະຖານທີ່ໆຕົນເອງເລືອກ.

ສຳລັບຜູ້ຂຽນ, ໃນການສຳຜັດກັບການທ່ອງທ່ຽວແບບ Staycation ໃນຄັ້ງນີ້ແມ່ນເລືອກທີ່ຈະມາສໍາຜັດ ກັບຄວາມຫຼູຫຼາ ແບບເໜືອລະດັບກັບການມາພັກ Staycation ທີ່ໂຮງແຮມ Crowne Plaza ນະຄອນຫລວງວຽງຈັນ, ເຊິ່ງເປັນໂຮງແຮມທີ່ຫາກໍ່ສ້າງ ຂຶ້ນໃຫມ່ ຕັ້ງສູງສະຫງ່າຕະການຕາຢູ່ໃຈກາງເມືອງວຽງຈັນ ອ້ອມຮອບໄປດ້ວຍສະຖານທີ່ທ່ອງທ່ຽວຕ່າງໆ ທີ່ສາມາດເດີນທາງໄປໄດ້ດ້ວຍການຍ່າງ, ບໍ່ວ່າຈະເປັນ: ສວນສາທາລະນະເຈົ້າຟ້າງຸ່ມ, ສວນສາທາລະນະເຈົ້າ ອານຸວົງ, ວັດວາອາຮາມຕ່າງໆທີ່ຢູ່ອ້ອມຮອບ ແລະ ທີ່ສຳຄັນກວ່ານັ້ນກໍຄື ການບໍລິການ ແລະ ສິ່ງອໍານວຍ ຄວາມສະດວກຂອງໂຮງແຮມ ທີ່ມີຢ່າງຫຼາກ ຫຼາຍ ຈົນທ່ານອາດຈະບໍ່ຢາກອອກໄປຂ້າງນອກ ອີກເລີຍເມື່ອທ່ານ ເຂົ້າມາສຳຜັດກັບບັນຍາກາດໃນ ໂຮງແຮມແຫ່ງນີ້.

Crowne Plaza Swimming Pool Crowne Plaza Exterior

ເລີ່ມຕົ້ນແຕ່ຫ້ອງຮັບແຂກຂອງໂຮງແຮມ ທີ່ມີການ ຕົບແຕ່ງແບບປະສົມປະສານຢ່າງລົງຕົວ ລະຫວ່າງ ວັດທະນະທຳຕາເວັນອອກກັບຕາເວັນຕົກແລະ ຜູ້ຂຽນກໍ່ໄດ້ຮັບການຕ້ອນຮັບແບບເປັນມິດທີ່ສຸດຈາກພະນັກງານຕ້ອນຮັບມືອາຊີບຂອງ ໂຮງແຮມ. ຫລັງຈາກນັ້ນ ຜູ້ຂຽນໄດ້ຖືກນໍາພາຂຶ້ນໄປຍັງຫ້ອງພັກ. ຈາກຫ້ອງພັກທີ່ຕັ້ງຢູ່ຊັ້ນທີ 9 ຂອງໂຮງແຮມເຮັດໃຫ້ສາມາດ ແນມເຫັນວິວຂອງ ນະຄອນຫລວງວຽງຈັນເກືອບ 360 ອົງສາເຊິ່ງເຮັດ ໃຫ້ຜູ້ມາພັກສາມາດ ຊື່ນຊົມກັບບັນຍາກາດທິວທັດ ຄວາມສວຍງາມຂອງ ເມືອງວຽງຈັນໄດ້ຢ່າງເຕັມທີ່, ພາຍໃນຫ້ອງ ພັກມີການຕົບແຕ່ງທີ່ສວຍງາມ ພ້ອມ ດ້ວຍສິ່ງອຳນວຍຄວາມສະດວກແບບຄົບຊຸດ ແລະ ອີກຈຸດໜຶ່ງທີ່ໂດດເດັ່ນກໍຄືເຄື່ອງ ໃຊ້ສອຍພາຍໃນ ນອກຈາກມີຢ່າງຄົບຖ້ວນແລ້ວ ຍັງເຕັມໄປດ້ວຍຂອງ ທີ່ມີຄຸນນະພາບດີ ແລະ ທັນສະໄໝ ເປັນຕົ້ນແມ່ນເສື່ອປູບ່ອນນອນ ທີ່ໃຫ້ຄວາມນຸ່ມນວນເປັນພິເສດເຊິ່ງສະແດງໃຫ້ເຫັນເຖິງ ຄວາມເອົາໃຈໃສ່ໃນ ທຸກລາຍລະອຽດຂອງໂຮງແຮມ ທີ່ຄຳນຶງເຖິງຄວາມ ສະດວກສະບາຍຂອງຜູ້ມາພັກເປັນສິ່ງສຳຄັນ.

ຫລັງຈາກຊື່ນຊົມກັບຄວາມງົດງາມ ແລະ ຜ່ອນຄາຍ ພາຍໃນຫ້ອງແລ້ວ ຜູ້ຂຽນໄດ້ລົງມາຊັ້ນລຸ່ມຂອງ ໂຮງແຮມ ເພື່ອຊົມສວນດອກໄມ້ຂະໜາດນ້ອຍ ແລະ ສະນໍ້າທີ່ສ້າງຂຶ້ນໄວ້ລະຫວ່າງກາງຕຶກ ເຮັດຮູ້ສຶກ ໄດ້ເຖິງຄວາມບໍລິສຸດປອດໂປ່ງ ແລະ ຜ່ອນຄາຍ, ມີດອກໄມ້ຫຼາກຫຼາຍສີທີ່ກຳລັງເບັ່ງບານ ແລະ ສາຍນໍ້າຂະໜາດນ້ອຍທີ່ໄຫຼລິນງຽບໆ ປຽບສະເໝືອນ ສວນອຸທິຍານນ້ອຍໆ ໃນເທບນິຍາຍທີ່ເຮັດໃຫ້ຜູ້ພົບ ເຫັນໄດ້ຜ່ອນຄາຍສະບາຍໃຈໄປດ້ວຍ.

ນອກຈາກສວນ ຜູ້ຂຽນໄດ້ໄປທົດລອງໃຊ້ບໍລິການ ຫ້ອງອອກກຳລັງກາຍຂອງໂຮງແຮມ ທີ່ສ້າງໄວ້ສຳລັບ ແຂກທີ່ມາພັກໃຫ້ສາມາດນຳໃຊ້ໄດ້ຕະຫລອດ 24 ຊົ່ວໂມງ. ທັນທີທີ່ເຂົ້າໄປພາຍໃນຫ້ອງອອກກຳລັງກາຍກໍ່ໄດ້ຮັບການຕ້ອນຮັບຢ່າງເປັນກັນເອງ ຈາກພະນັກງານ ແລະ ໄດ້ເຫັນຄວາມຫລູຫລາ ແລະ ເປັນສ່ວນຕົວ, ມີເຄື່ອງມືອອກກຳລັງກາຍຢ່າງຄົບຖ້ວນໃຫ້ເລືອກໃຊ້.

ນອກນັ້ນ, ໂຮງແຮມຍັງມີສະລອຍນໍ້າ ຂະໜາດກາງໄວ້ຄອຍບໍລິການໃຫ້ກັບແຂກທີ່ມາພັກ ເຊິ່ງຄວາມພິເສດຂອງສະລອຍນໍ້າກໍຄື ເປັນສະລອຍນໍ້າແບບເປີດ ໂດຍມີແກ້ວໃສອ້ອມຮອບ ເຮັດໃຫ້ສາມາດຊົມທິວທັດ ແລະ ຖະໜົນຫົນທາງໃນຂະນະທີ່ລອຍນໍ້າ,ຖັດໄປຈາກຫ້ອງລອຍນໍ້າແມ່ນຫ້ອງອົບອາຍນຳ້ທີ່ມີສະນໍ້າວົນ ຂະໜາດນ້ອຍຕັ້ງຢູ່ເຄິ່ງກາງເພື່ອໃຫ້ແຂກໄດ້ຜ່ອນຄາຍຄວາມປວດເມື່ອຍ.

ພາຍຫລັງສຳຜັດກັບສິ່ງອຳນວຍຄວາມສະດວກຕ່າງໆ ນັ້ນກໍເປັນເວລາຄ້າຍແລງພໍດີ, ແນ່ນອນ ອີກສິ່ງໜຶ່ງ ທີ່ທາງໂຮງແຮມມີໄວ້ສະໜອງໃຫ້ກັບແຂກທຸກຄົນ ທີ່ມາພັກກໍຄືຫ້ອງອາຫານຄໍ່າ ທີ່ເຕັມໄປດ້ວຍອາຫານ ອັນຫລາກຫລາຍປະເພດໃຫ້ເລືອກ ຈົນຜູ້ຂຽນ ຕາລາຍ ບໍ່ຮູ້ວ່າຊິເລືອກກິນເມນູໃດ ເພາະສັງເກດເບິ່ງ ເມນູໃດກໍໜ້າຊີມໄປໝົດ, ນອກຈາກອາຫານອັນ ຫຼາກຫຼາຍປະເພດແລ້ວຍັງມີເຄື່ອງດື່ມທຸກຊະນິດ ໄວ້ຄອຍບໍລິການອີກດ້ວຍ.

Mosaic restarant

ບັນຍາກາດອັນສຸດແສນໂຣແມນຕິກ ແລະ ອາຫານລົດຊາດເປັນເລີດ ບວກກັບການບໍລິການ ທີ່ຫາບ່ອນຕິບໍ່ໄດ້ ເຮັດໃຫ້ອາຫານຄໍ່າມື້ນີ້ກາຍເປັນຄໍ່າຄືນທີ່ສຸດ ແສນພິເສດ. ປິດທ້າຍການພັກຜ່ອນ ທ້າຍອາທິດແບບ Staycation ທີ່ສະດວກສະບາຍ ແລະ ຜ່ອນຄາຍທີ່ໄດ້ຫຼີກອອກຈາກຄວາມເຄັ່ງຮ້ອນຂອງວຽກງານ.

ຜູ້ຂຽນຢາກໃຫ້ທ່ານຜູ້ອ່ານທຸກຄົນໄດ້ລອງເບິ່ງແລ້ວຈະຮູ້ວ່າການພັກຜ່ອນພຽງເວລາສັ້ນໆຕອນທ້າຍອາທິດ ໃນຕົວເມືອງແບບ Staycation ນັ້ນໃຫ້ ຄວາມສຸກດີເກີນຄາດໂດຍສະເພາະແມ່ນການເລືອກທີ່ພັກໄດ້ສົມບູນແບບໂຮງແຮມ Crowne Plaza ແຫ່ງນີ້.

ຂຽນໂດຍ: ອຸ​ປັດ​ໃຈ ທອງ​ສະ​ໝຸດ
ບົດຄວາມຈາກ: ວາລະສານຈໍາປາເມືອງລາວ, ວາລະສານເທິງເຮືອບິນຂອງສາຍການບິນລາວຢ່າງເປັນທາງການ, ສະບັບເດືອນພຶດສະພາ-ມິຖຸນາ 2017

ບົດຄວາມຫຼ້າສຸດ

ແຈ້ງເຕືອນ ສະພາບອາກາດຫນາວເຢັນ ແລະ ລົມພັດແຮງ ໃນໄລະຍະວັນທີ 16 ຫາ 19 ມັງກອນ 2025

ມວນອາກາດຫນາວເຢັນຈາກປະເທດຈີນທີ່ມີກໍາລັງແຮງຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ອີກເທື່ອໃຫມ່ ດ້ວຍກໍາລັງປານກາງ ຫາ ແຮງ, ພ້ອມດຽວກັນລົມມໍລະສຸມຕາເວັນອອກສ່ຽງເຫນືອທີ່ມີກໍາລັງແຮງພັດປົກຄຸມ, ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດເຢັນລົງ 2 ຫາ 3 ອົງສາ ຢູ່ໃນແຕ່ລະພາກ ແລະ ຈະເຮັດໃຫ້ມີຝົນຕົກໃນ...

ເທສະການສະແຫວງບຸນ ກຸມພະເມລາ (Kumbh Mela) ຂອງຊາວຮິນດູ ຄາດວ່າມີຄົນເຂົ້າຮ່ວມຫຼາຍກວ່າ 400 ລ້ານຄົນ

ເທສະການສະແຫວງບຸນ ກຸມພະເມລາ (Kumbh Mela) ຂອງຊາວຮິນດູ ເລີ່ມຕົ້ນຂຶ້ນຢ່າງເປັນທາງການແລ້ວໃນປີນີ້ ທີ່ເມືອງອາລາຮາບັດ ຂອງລັດອຸຕາລະປະເທດ ທາງຕອນເໜືອຂອງອິນເດຍ ເຊິ່ງເປັນເທສະການໜຶ່ງທີ່ມີຊື່ສຽງໄປທົ່ວໂລກວ່າເປັນງານຊຸມນຸມຜູ້ສະແຫວງບຸນຂະໜາດໃຫຍ່ທີ່ສຸດຂອງມວນມະນຸດ. ເທສະການດັ່ງກ່າວໄດ້ຈັດຂຶ້ນເປັນເວລາທັງມົດ 45 ມື້ ໂດຍມື້ທຳອິດແມ່ນວັນຈັນທີ 13...

ປະກາດ​ການ​ແຕ່ງຕັ້ງ​ຂັ້ນ​ຮອງ​ລັດຖະມົນຕີ, ຄະນະ​ກົມ​ໃຫຍ່, ຫ້ອງວ່າການ​ກະຊວງ​ປ້ອງ​ກັນ​ປະເທດ

ວັນ​ທີ 15 ມັງກອນ 2025, ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ຈັດພິທີ​ປະກາດ​ການ​ແຕ່ງຕັ້ງ ​ຂັ້ນ​ຮອງ​ລັດຖະມົນຕີ, ຄະນະ​ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ, ກອງ​ພົນ ແລະ ກອງ​ບັນຊາ​ການ ທີ່​ຂຶ້ນ​ກັບ​ກະຊວງ​ປ້ອງ​ກັນ​ປະເທດ ໂດຍ​ການ​ເປັນ​ປະທານ​ຂອງ...

ປກສ ແຂວງຫົວພັນ ນຳຕົວຜູ້ກໍ່ເຫດມາທົດສະກຳຄືນຄະດີຄາດຕະກຳເມຍຕົນເອງ

ວັນທີ 13 ມັງກອນ 2025 ນີ້ ພະແນກສືບສວນ-ສອບສວນ ຫ້ອງຕຳຫຼວດ ປກສ ແຂວງຫົວພັນ ໄດ້ນຳເອົາ ທ້າວ ນາງ ມາທົດສະກຳຄືນຄະດີຄາດຕະກຳເມຍຕົນເອງ ເພື່ອປະກອບຂໍ້ມູນຄຳຮັບສາລະພາບຂອງຜູ້ກ່ຽວ. ເຫດການດັ່ງກ່າວເກີດຂື້ນໃນເວລາປະມານ...