spot_img
Homeຂ່າວຕ່າງປະເທດເປີດເຜີຍຊັບສິນ-ໜີ້ສິນສ່ວນຕົວຂອງ ໂດນັລ ທຣັມ

ເປີດເຜີຍຊັບສິນ-ໜີ້ສິນສ່ວນຕົວຂອງ ໂດນັລ ທຣັມ

Published on

ສຳນັກຂ່າວຣອຍເຕີລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດອາເມລິກາ ເມື່ອວັນທີ 17 ມິຖຸນາ 2017 ຜ່ານມາວ່າ ທຣັມຊີ້ແຈງມີລາຍຮັບຢ່າງໜ້ອຍ 594 ລ້ານໂດລາ ໃນປີ 2016 ແລະ ຕົ້ນປີ 2017 ແລະ ມີຊັບສິນທັງໝົດຢ່າງໜ້ອຍ 1,400 ລ້ານໂດລາ

ເອກະສານເປີດເຜີຍລາຍຮັບ ແລະ ໜີ້ສິນ ຈຳນວນ 98 ໜ້າເຈ້ຍ ເຜີຍແຜ່ທາງເວັບໄຊຂອງໂອຈີອີ ບໍລິສັດເຄືອຂ່າຍຂອງທະນາຄານ ດອຍຊ ແບງ ທຣັມ ຄອມພານີ ບໍລິສັດໃນເຄືອຂ່າຍຂອງທະນາຄານ ດອຍຊ໌ ແບງ ເອຈີ ແຫ່ງເຢຍລະມັນ ຢ່າງໜ້ອຍ 130 ລ້ານໂດລາ ແລະ ໜີ້ສິນຢ່າງໜ້ອຍ 110 ລ້ານໂດລາ ຕໍ່ ແລດເດີ ຄອບປິຕໍລ ບໍລິສັດສິນເຊື່ອທຸລະກິດອະສັງຫາລິມະຊັບ ເຊິ່ງມີສຳນັກງານຢູ່ໃນຫຼາຍເມືອງໃຫຍ່ຂອງສະຫະລັດ ເຊັ່ນ: ນິວຢອກ, ລອສແອນເຈີລິສ ແລະ ໂບຄາ ຣາຕັນ ລັດຟໍຣິດາ

ເງິນກ້ອນໃຫຍ່ສຸດຂອງທຣັມ ໃນຮອບປີ 2016 ແລະ ຕົ້ນປີ 2017 ຕາມການຊີ້ແຈງ ຄືຈຳນວນ 115.9 ລ້ານໂດລາ ຈາກ ທຣັມ ເນຊັ່ນເນລ ໂດຣັລ ເຊິ່ງເປັນທຸລະກິດຣີສອດ ແລະ ສະໜາມກ໊ອຟໃນເມືອງ ໄມອາມີ

ເອກະສານຍັງສະແດງໃຫ້ເຫັນວ່າ ທຣັມ ດຳລົງຕຳແໜ່ງຕ່າງໆ ຫຼາຍຕຳແໜ່ງໃນ 565 ບໍລິສັດ ກ່ອນທີ່ຈະກາຍມາເປັນປະທານາທິບໍດີ ສະຫະລັດ ໂດຍບໍລິສັດທັງໝົດເກືອບຢູ່ໃນສະຫະລັດ ສ່ວນທີ່ເຫຼືອມີຢູ່ໃນສະກັອດແລນ, ໄອຊ໌ແລນ, ການາດາ, ບຣາຊິນ, ເບີມິວດາ ແລະ ບ່ອນອື່ນໆ ແຕ່ທຣັມຕ້ອງສະຫຼະຕຳແໜ່ງເກືອບທັງໝົດກ່ອນວັນທີ 19 ມັງກອນ 2017 ກ່ອນເຂົ້າພິທີສາບານຕົນເຂົ້າຮັບຕຳແໜ່ງປະທານາທິບໍດີ 1 ມື້

ຢ່າງໃດກໍ່ຕາມ ທຣັມ ປະຕິເສດທີ່ຈະເປີດເຜີຍການເສຍພາສີ ເຊິ່ງຈະເຮັດໃຫ້ສາທາລະນະຊົນບໍ່ສາມາດຮັບຮູ້ກ່ຽວກັບການເງິນ ແລະ ຜົນປະໂຫຍດທາງທຸລະກິດທັງໝົດຂອງທຣັມຢ່າງຊັດເຈນ ໂດຍທຣັມໄດ້ຢື່ນແບບຟອມເປີດເຜີຍພຽງຕົວເລກລາຍຮັບ ຊັບສິນ ແລະ ໜີ້ສິນຂອງຕົວເຂົາເອງ ແລະ ສະມາຊິກຄອບຄົວເທົ່ານັ້ນ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...