Homeຂ່າວຕ່າງປະເທດເຮືອຮົບສະຫະລັດຕຳກັບເຮືອສົ່ງສິນຄ້າລູກເຮືອສູນຫາຍ 7 ຄົນ

ເຮືອຮົບສະຫະລັດຕຳກັບເຮືອສົ່ງສິນຄ້າລູກເຮືອສູນຫາຍ 7 ຄົນ

Published on

ສຳນັກຂ່າວຕ່າງປະເທດລາຍງານນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນທີ 17 ມິຖຸນາ 2017ວ່າ ກອງເຮືອຮົບ ທີ 7 ຂອງສະຫະລັດລາຍງານການເກີດເຫດເຮືອຮົບຢູເອສເອສ ຟິດເຈີຣັລ ປະສົບອຸບັດເຫດຕຳກັບເຮືອບັນທຸກສິນຄ້າ “ເອຊີເອັກຊ໌ ຄຣິສຕັລ” ຕິດທຸງຊາດຟິລິປິນ ຢູ່ບໍລິເວນນອກຊາຍຝັ່ງເມືອງ ໂຍໂກຊຸກະ ທາງຕະເວັນຈົກສຽງໃຕ້ຂອງຍີ່ປຸ່ນ ທາງຕະເວັນຕົກສຽງໃຕ້ຂອງຍີ່ປຸ່ນ ເມື່ອເວລາປະມານ 00.30 ນາທີ ຕາມເວລາບ້ານເຮົາ

ລາຍງານຄວາມຄືບໜ້າໃນເວລາຕໍ່ມາວ່າມີລູກເຮືອຂອງສະຫະລັດຢ່າງໜ້ອຍ 3 ຄົນໄດ້ຮັບບາດເຈັບ ແຕ່ຍັງສູນຫາຍອີກຢ່າງໜ້ອຍ 7 ຄົນ ແລະ ເຈົ້າໜ້າທີ່ຢູ່ລະຫວ່າງການເລັ່ງຄົ້ນຫາພ້ອມທັງມີການອົບພະຍົບຜູ່ໄດ້ຮັບບາດເຈັບ ຂະນະທີ່ຕົວເຮືອຟິດຊ໌ເຈີຣັລໄດ້ຮັບຄວາມເສຍຫາຍບໍລິເວນດ້ານຂວາ ແລະ ເສັ້ນນ້ຳເລິກ ສົ່ງຜົນໃຫ້ມີນ້ຳໄຫລເຂົ້າໃນເຮືອ ແຕ່ເຮືອຍັງຄົງສາມາດລອຍຕົວ ແລະ ເຄື່ອນທີ່ໄດ້.

ວິດີໂອ: Associated Press

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...