Homeຂ່າວຕ່າງປະເທດຊາວກາຕາລັນຮ່ວມຊຸມນຸມຂໍແຍກປະເທດ

ຊາວກາຕາລັນຮ່ວມຊຸມນຸມຂໍແຍກປະເທດ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ມາດຣິດ ປະເທດສະເປນ ເມື່ອວັນທີ 11 ມິຖຸນາ 2017 ວ່າ ທ່ານ ກາຣເລສ ປຸຍເດມອງ ຜູ່ນຳລັດຖະບານທ້ອງຖິ່ນເຂດກາຕາລຸຍາ ທາງພາກຕະເວັນອອກສຽງເໜືອຂອງສະເປນ ໄດ້ທ້າທາຍລັດຖະບານມາດຣິດ ເມື່ອວັນສຸກທີ 9 ມິຖນາ ທີ່ຜ່ານມາ ດ້ວຍການປະກາດກຳນົດວັນລົງປະຊາມະຕິ ເຖິງແມ່ນວ່າກ່ອນໜ້ານີ້ສານລັດຖະທຳມະນູນສະເປນຈະມີແຈ້ງການແລ້ວວ່າ ການລົງປະຊາມະຕິນັ້ນເປັນເລື່ອງຜິດກົດໝາຍ

ເປບ ກວາດິໂອລາ ອະດີດຜູ່ຈັດການທີມບານເຕະບາເຊໂລນາ ຂຶ້ນກວ່າເທິງເວທີປາໄສຮ່ວມກັບປຸຍເດມອງ ປະ ກາດຕໍ່ໜ້າຝູງຊົນເປັນພາສາກາຕາລັນ ສະເປນ ແລະ ອັງກິດວ່າ:​ “ເຮົາຈະລົງມະຕິ ເຖິງແມ່ນວ່າລັດຖະບານກາງສະເປນຈະບໍ່ຕ້ອງການ ເພາະບໍ່ມີຫົນທາງອື່ນອີກແລ້ວ ການຕອບສະໜອງທາງດຽວທີ່ເປັນໄປໄດ້ຄືການລົງມະຕິ” ກວາດິໂອຍັງຮຽກຮ້ອງຕໍ່ນານາຊາດຂໍຄວາມຊ່ວຍສະໜັບສະໜູນຕໍ່ຕ້ານ “ການກົດຂີ່ຂອງລັດຜະເດັດການ”

ເຈົ້າເມືອງບາເຊໂລນາກ່າວວ່າ ມີຜູ່ເຂົ້າຮ່ວມການຊຸມນຸມປະມານ 30,000 ຄົນ ແຕ່ກຸ່ມເຄື່ອນໄຫວເພື່ອເອກະຊົນກ່າວວ່າ ມີຜູ້ເຂົ້າຮ່ວມປະມານ 47,000 ຄົນ

ໂພສສຳຫຼວດຫຼ້າສຸດຂອງລັດຖະບານທ້ອງຖິ່ນ ພົບວ່າ ຊາວກາຕາລັນ 73% ສະໜັບສະໜູນການລົງປະຊາມະຕິ ເຫດການນີ້ຄືກັບຊາວສະກັອດແລນຈັດຂຶ້ນເມື່ອປີ 2014 ເຖິງແມ່ນວ່າຊາວສະກັອດແລນຈະໄດ້ຮັບອະນຸມັດຈາກລັດຖະບານອັງກິດ

ວິດີໂອ: Ruptly TV

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...