ພາຍຫຼັງທີ່ມີໂຄງການສຶກສາຄວາມເປັນໄປໄດ້ ໃນການສ້າງເຂື່ອນໄຟຟ້າແມ່ນ້ຳຂອງຕອນລຸ່ມ ທີ່ແຂວງຈຳປາສັກ,
ລັດຖະບານລາວ ກໍໄດ້ເລືອກເອົາຮູສະໂຮງ ເປັນບ່ອນດຳເນີນການກໍ່ສ້າງ ຍ້ອນເຫດຜົນຮູສະໂຮງແມ່ນ 1 ໃນຈຳນວນ
17 ຮູໃຫຍ່ຢູ່ແມ່ນ້ຳຂອງຕອນລຸ່ມ ແລະ ກໍເປັນຮູດຽວ ທີ່ບໍລິສັດແມ່ນ້ຳໂຣນແຫ່ງຊາດ ຂອງປະເທດຝຣັ່ງ (CNR) ໄດ້
ທຳການສຳຫຼວດສຶກສາຄົ້ນຄວ້າ ເມື່ອປີ 1994 ແລະ ຈັດໃຫ້ເປັນໂຄງການສ້າງເຂື່ອນທີ່ນອນຢູ່ໃນກຸ່ມທີ 1, ທີ່ນອກ
ຈາກຈະມີປະສິດທິຜົນທາງດ້ານເສດຖະກິດສູງສຸດແລ້ວ, ຍັງເປັນໂຄງການທີ່ມີຜົນກະທົບໜ້ອຍທີ່ສຸດ.
ອີງຕາມຂໍ້ມູນຈາກກະຊວງພະລັງງານ ແລະ ບໍ່ແຮ່ ແລະ ບໍລິສັດເມກາເຟີສໂກໂປເລເຊິນ ເບີຮາດ (MEGA First Co
-poration Berhad) ຂອງປະເທດມາເລເຊຍ ໄດ້ໃຫ້ຮູ້ວ່າ: ໂຄງການໄຟຟ້ານ້ຳຕົກດອນສະໂຮງ ໄດ້ລິເລີ່ມມາແຕ່ເດືອນ
ກຸມພາ 2006 ແລະ ໄດ້ສຳເລັດການສຶກສາດ້ານຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ປີ 2008 ໄດ້ຜ່ານຄຳເຫັນ
ເບື້ອງຕົ້ນຈາກລັດຖະບານ ແລະ ປະຊາຊົນທ້ອງຸຖິ່ນ, ປີ 2009 ໄດ້ເລີ່ມສຶກສາການປະມົງ, ວິທີການແກ້ໄຂ ແລະ ວິທີ
ຕິດຕາມຄຸ້ມຄອງ, ປີ 2010 ໄດ້ສະເໜີລາຍລະອຽດເພີ່ມເຕີມຕໍ່ລັດຖະບານ ແລະ ປະຊາຊົນທ້ອງຖິ່ນ, ປີ 2012 ບໍລິສັດ
ພອຍຣີ (POYRY) ໄດ້ໃຫ້ຄຳເຫັນເພີ່ມເຕີມຕໍ່ໂຄງການ ກ່ຽວກັບການປະຕິບັດຕາມຂໍ້ແນະນຳ ໃນການອອກແບບ
ຂອງຄະນະກຳມະການແມ່ນ້ຳຂອງສາກົນ (CNR ) ແລະ ໃນປີດຽວກັນນີ້ ກະຊວງຊັບພະຍາກອນທຳມະຊາດ ແລະ
ສິ່ງແວດລ້ອມ ໄດ້ມີຄຳເຫັນ ແລະ ຮັບຮອງເອົາໂຄງການດັ່ງກ່າວ (ESIA), ປີ 2013 ໂຄງການໄດ້ສືບຕໍ່ຟື້ນຟູທາງຜ່ານ
ປາຢູ່ຮູສະດຳ, ຮູຊ້າງເຜືອກ ແລະ ຮູອື່ນໆ ລວມທັງໄດ້ເຮັດລາຍລະອຽດກ່ຽວກັບການຍົກຍ້າຍ, ການທົດແທນ, ການ
ປັບປຸງຊີວິດການເປັນຢູ່ ແລະ ສະພາບແວດລ້ອມໃນເຂດດັ່ງກ່າວ, ເຖິງວ່າຈະເປັນໂຄງການທີ່ໄດ້ຮັບຜົນກະທົບໜ້ອຍ
ທີ່ສຸດກໍຕາມ, ບັນດາອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ (NGO) ຈຳນວນໜຶ່ງ ກໍຍັງຂັດຂ້ອງຕໍ່ໂຄງການດັ່ງກ່າວ
ໂດຍໃຫ້ເຫດຜົນຢ້ານປາບາງຊະນິດສູນພັນ. ຕໍ່ບັນຫານີ້ ທ່ານ ຄຳພັນ ເໝືອນສິດທິດາ ຫົວໜ້າຫ້ອງການກະຊວງ
ກະສິກຳ ແລະ ປ່າໄມ້ ໄດ້ໃຫ້ທັດສະນະວ່າ: ສ້າງເຂື່ອນດອນສະໂຮງແລ້ວ ປາຢູ່ເຂດດັ່ງກ່າວຈະສູນພັນແມ່ນເປັນໄປບໍ່
ໄດ້ ແລະ ບໍ່ແມ່ນຄຳເວົ້າທີ່ມີນ້ຳໜັກພໍຈະເຊື່ອຖືໄດ້, ທັງນີ້ກໍຍ້ອນວ່າ ຖ້າມີການສ້າງເຂື່ອນແທ້ ກໍບໍ່ໄດ້ຕັນແມ່ນ້ຳຂອງ
ທັງໝົດ, ພຽງຕັນແຕ່ຮູສະໂຮງທີ່ມີຄວາມກວ້າງບໍ່ຮອດ 100 ແມັດ, ໃນຂະນະທີ່ຄວາມກວ້າງຂອງແມ່ນ້ຳຂອງຢູ່ແຂວງ
ຈຳປາສັກ ກວ້າງເຖິງ 10 ກິໂລແມັດ.
ໃນດ້ານໜຶ່ງອີກ, ໂຄງການນີ້ຍັງໄດ້ປັບປຸງທາງຂຶ້ນ-ລົງຂອງປາ ຢູ່ແຕ່ລະຮູກວ້າງອອກ, ເລິກຂຶ້ນກ່ວາເກົ່າ ຊຶ່ງສະດວກ
ໃຫ້ແກ່ການຂຶ້ນ-ລົງຂອງປາຕື່ມອີກ. ນອກນັ້ນ ທາງໂຄງການຍັງ ໄດ້ຮ່ວມມືກັບ ກະຊວງກະສິກຳ – ປ່າໄມ້ ກໍຄືພະແນກ
ກະສິກຳ-ປ່າໄມ້ແຂວງຈຳປາສັກ ໃນການເພາະພັນປາຢູ່ສູນເພາະພັນປາ ເພື່ອປ່ອຍລົງສູ່ທຳມະຊາດທັງໜ້າເຂື່ອນ
ແລະ ຫຼັງເຂື່ອນ ແລະ ສົ່ງໃຫ້ປະຊາຊົນທ້ອງຖິ່ນໄດ້ລ້ຽງຕາມໜອງ ຫຼື ຕາມກະຊັງ. ເວົ້າໄດ້ວ່າ, ຈຳນວນປາກໍຈະຫຼາຍຂຶ້ນ
ກ່ວາເກົ່າ. ຈາກຜົນປະໂຫຍດທີ່ໄດ້ຮັບນີ້, ອົງການຈັດຕັ້ງສາກົນ ກໍຄືບັນດາປະເທດສະມາຊິກແມ່ນ້ຳຂອງສາກົນຄວນ
ຂອບໃຈ ລັດຖະບານລາວ ແລະ ປະຊາຊົນລາວທີ່ຮູ້ສົມທົບການພັດທະນາ ກັບການຮັກສາສະພາບແວດລ້ອມທຳມະຊາດ
ໃຫ້ຍືນຍົງຄຽງຄູ່ກັນໄປ.
ທ່ານ ວິຣະພົນ ວິຣະວົງ ລັດຖະມົນຕີຊ່ວຍວ່າການກະຊວງພະລັງງງານ ແລະ ບໍ່ແຮ່ ໄດ້ໃຫ້ຄວາມກະຈ່າງແຈ້ງອີກວ່າ:
ເພື່ອກະກຽມໃຫ້ແກ່ການສ້າງເຂື່ອນຢູ່ດອນສະໂຮງ ແຕ່ນີ້ຫາຕົ້ນປີ 2015 ພວກເຮົາຕ້ອງໄດ້ສຸມໃສ່ 2 ວຽກໃຫຍ່ ຄື: ໜຶ່ງ
ແມ່ນເຂົ້າຮ່ວມຂະບວນການປຶກສາຫາລືລ່ວງໜ້າ ໂດຍຜ່ານກອງເລຂາອົງການແມ່ນ້ຳຂອງສາກົນ, ຈາກນັ້ນຊ່ຽວຊານ
ຈະມີບົດລາຍງານຕໍ່ໂຄງການ ແລະ ຈະມີການແລກປ່ຽນຄຳເຫັນຢ່າງເປັນທາງການນຳກັນ, ຫຼັງຈາກນັ້ນການຕັດສີນໃຈ
ຈະສ້າງ ຫຼື ບໍ່ສ້າງ ກໍຍັງແມ່ນຄວາມຕັດສີນໃຈຂອງລັດຖະບານເຮົາ ຊຶ່ງແນ່ນອນລັດຖະບານ ສປປ ລາວ ຈະຢຶດຖືການ
ພັດທະນາຕາມທິດຍືນຍົງ ບໍ່ມີຜົນກະທົບທີ່ສຳຄັນ-ຍາວນານ ຂ້າມຜ່ານ ຊາຍແດນ ແລະ ຕ້ອງເກີດຜົນປະໂຫຍດໂດຍ
ກົງຕໍ່ປະຊາຊົນ. ສ່ວນວຽກທີສອງ ຕາມການຊີ້ນຳຂອງລັດຖະບານ ແມ່ນໃຫ້ໂຄງການສືບຕໍ່ເຜີຍແຜ່ຂໍ້ມູນຂ່າວສານ
ກ່ຽວກັບໂຄງການ ເຖິງຜົນໄດ້ຮັບ, ຜົນກະທົບ, ວິທີແກ້ ໄຂ ແລະ ຜົນຈະໄດ້ຮັບໃຫ້ປະຊາຊົນພາຍໃນ ແລະ ສາກົນໄດ້ຮັບ
ຮູ້ນຳຢ່າງຖືກຕ້ອງ, ພ້ອມທັງເປີດກວ້າງໃຫ້ບັນດານັກຊ່ຽວຊານ, ຜູ້ຕາງໜ້າສາກົນ, ນັກການທູດ ສາມາດໄປຢ້ຽມຢາມ
ທ່ຽວຊົມໂຄງການໄດ້ຕະຫຼອດເວລາ, ເພື່ອໃຫ້ພວກເພິ່ນ ໄດ້ສຳຜັດກັບເຫດການຕົວຈິງ ສະຖານທີ່ຕົວຈິງ ແລະ ໄດ້ຮັບ
ຮູ້ວ່າພວກເຮົາໄດ້ດຳເນີນມາດຕະການແກ້ໄຂອີ່ຫຼີ ຕາມຄວາມເປັນຫ່ວງເປັນໄຍຂອງບັນດາປະເທດສະມາຊິກຢ່າງແທ້ຈິງ.
ໂດຍລວມແລ້ວທຸກຄວາມເປັນຫ່ວງເປັນໄຍ ຫຼື ວ່າການສະເໜີຂອງບັນດາປະເທດສະມາຊິກອົງການແມ່ນ້ຳຂອງສາກົນ
ແລະ ຊ່ຽວຊານສາກົນຕໍ່ໂຄງການທີ່ສົມເຫດສົມຜົນ, ທາງໂຄງການກໍຍິນດີພິຈາລະນາປະຕິບັດ ເພາະວ່າພວກເຮົາ ກໍມີ
ຄວາມຕ້ອງການເຮັດໃຫ້ໂຄງການນີ້ ເປັນໂຄງການທີ່ບໍ່ມີຜົນກະທົບຕໍ່ສິ່ງແວດລ້ອມຂ້າມຜ່ານຊາຍແດນ. ພວກເຮົາຈະ
ເລັ່ງໃສ່ສ້າງໃຫ້ເປັນໂຄງການທີ່ດີແທ້ ແລະ ເປັນການພັດທະນາໄປຕາມທິດຍືນຍົງຖືກມາດຕະຖານສາກົນ.
ຂອບໃຈບົດຂ່າວຈາກ: ໜັງສືພິມປະຊາຊົນ