Homeຂ່າວທ້ອງຖິ່ນທໍາລາຍຝຸງຕັກກະແຕນໄມ້ປ່ອງຢູ່ 5 ບ້ານໃນເຂດເມືອງ ງອຍ

ທໍາລາຍຝຸງຕັກກະແຕນໄມ້ປ່ອງຢູ່ 5 ບ້ານໃນເຂດເມືອງ ງອຍ

Published on

ທ້າຍເດືອນພືດສະພາ 2017 ຜ່າມານີ້ ຫ້ອງການກະສີກຳ-ປ່າໄມ້ເມືອງງອຍ ໂດຍສະເພາະແມ່ນທີມງານວິຊາການ ຮັບຜິດຊອບວຽກງານປ້ອງກັນ ແລະ ປາບປາມຕັກກະແຕນໄມ້ປ່ອງ ໄດ້ລົງປາບປາມ ແລະ ທໍາລາຍຝຸງຕັກກະແຕນໄມ້ປ່ອງ ຢູ່ຈຳນວນ 2 ກຸ່ມຄື: ກຸ່ມ ພູທິດເຜີ້ງ ແລະ ກຸ່ມ ໂພນໄຊ ມີຈຳນວນ 5 ບ້ານ ໃນນັ້ນມີ: ບ້ານກະຕາງຊງຽ, ບ້ານຫີນແປ້ນ, ບ້ານລ້ອງຄໍາ, ບ້ານໂພນ ແລະ ບ້ານ ໂດນ ໂດຍການນໍາໃຊ້ຢາສີດພົ່ນ.

ນອກຈາກນັ້ນກໍ່ໄດ້ໃຊ້ວິທີແບບພື້ນບ້ານໂດຍການນໍາເອົາມຸ້ງກວດ ແລະ ຝົດໄມ້ຟາດໃສ່ຕັກກະແຕນ ໃນນີ້ສາມາດສີດພົ່ນຢາ ແລະ ປາບຕັກກະແຕນໄດ້ທັງໜົດ 8 ຈຸດ, ໃນເນື້ອທີ່ເກືອບ 4 ເຮັກຕາ ແລະ ໄດ້ນຳໃຊ້ຢາຈຳນວນ 23 ກວ່າລິດ, ມີແຮງງານທັງໜົດ 123 ຄົນ, ຍິງ 45 ຄົນ, ຈາກນັ້ນທີມງານໄດ້ສືບຕໍ່ລົງສີດພົ່ນຢາປາບຕັກກະແຕນຢູ່ໃນ 3 ກຸ່ມອີກຕື່ມຄື: ກຸ່ມ ເມືອງຊື່ນ, ມີ3 ບ້ານ, ມີ 7 ຈຸດ, ໃນເນື້ອທີ່ 44 ເຮັກຕາ, ກຸ່ມ ສົບຂີງ ມີ 4 ບ້ານ ມີ 6 ຈຸດ, ໃນເນື້ອທີ່ 170 ເຮັກຕາ ແລະ ກຸ່ມ ເມືອງງອຍ ມີ 3 ບ້ານ ມີ 9 ຈຸດ, ໃນເນື້ອທີ່ 98 ເຮັກຕາ.

ການລົງປາບຕັກກະແຕນໃນຄັ້ງນີ້ກໍ່ເພື່ອປ້ອງກັນຕັກກະແຕນຝຸງໄມ້ປ່ອງທີ່ກໍາລັງແຜ່ຂະຫຍາຍຢູ່ໃນໄລຍະນີ້ ແລະ ຈະເຂົ້າມາທໍາລາຍເຄື່ອງປູກພືດຜັກຕ່າງໆຂອງພໍ່ແມ່ປະຊາຊົນພາຍໃນເມືອງງອຍໃຫ້ຫລຸດໜ້ອຍລົງ.

 

ຮຽບຮຽງຂ່າວໂດຍ: ວືຢ່າງ ໄຊລີຈື່ເຢ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...