ສຳນັກຂ່າວສະຖິຕິ ອອສເຕເລຍ ເຜີຍແຜ່ຕົວເລກການເຕີບໂຕຂອງເສດຖະກິດໃນໄຕມາດທຳອິດຂອງປີ 2017 ຢູ່ທີ່ 0.3 ເປີເຊັນ ເມື່ອວັນທີ 7 ມິຖຸນາ ທີ່ຜ່ານມາ ສົ່ງຜົນໃຫ້ ອອສເຕເລຍ ເຮັດສະຖິຕິເປັນປະເທດເສດຖະກິດຈະເລີນເຕີບໂຕໂດຍບໍ່ເຄີຍພົບກັບພາວະຖົດຖອຍຍາວນານທີ່ສຸດໃນໂລກເປັນຕິດຕໍ່ກັນເວລາ 26 ປີ.
ຕົວເລກລາຍງານການເຕີບໂຕໃນໄຕມາດທຳອິດຂອງອອສເຕເລຍ ສົ່ງຜົນໃຫ້ມີການປັບຄ່າການເຕີບໂຕຂອງເສດຖະກິດຕະຫຼອດທັງປີລົງເຫຼືອ 1.7 ເປີເຊັນ ຈາກທີ່ເຄີຍຄາດຄະເນໄວ້ ເມື່ອໄຕມາດກ່ອນໜ້ານີ້ທີ່ 2.4 ເປີເຊັນ ດ້ານນັກວິເຄາະລະບຸວ່າການເຕີບໂຕທີ່ຫຼຸດລົງໃນໄຕມາດຫຼ້າສຸດມີຜົນມາຈາກພະຍຸໄຊໂຄລນແດບບີ່ ທີ່ພັດຖະລົ່ມເມື່ອເດືອນມີນາທີ່ຜ່ານມາ ແລະ ຕົວເລກການຄ້າທີ່ອ່ອນຕົວລົງ ແລະ ຄ່າແຮງທີ່ປັບຕົວຂຶ້ນໃນລະດັບປານກາງ.

