Homeຂ່າວພາຍ​ໃນ"ເມືອງລາວ ປຸຍໂຟແມນ ຊົກຊະນະ ກ້ອງລະນອງ ສ.ມິອຸດອນ" ໃນ 8 ແມັກມວຍໄທ (ຄລິບ)

“ເມືອງລາວ ປຸຍໂຟແມນ ຊົກຊະນະ ກ້ອງລະນອງ ສ.ມິອຸດອນ” ໃນ 8 ແມັກມວຍໄທ (ຄລິບ)

Published on

“ເມືອງລາວ ປຸຍໂຟແມນ” ນັກມວຍຈາກ ສປປ ລາວ ໃນມຸມນ້ຳເງິນ ເອົາຊະນະ “ກ້ອງລະນອງ ສ. ມິອຸດອນ” ນັກມວຍຈາກປະເທດ ໄທ ໃນມຸມແດງ ໃນລາຍການ 8 ແມັກມວຍໄທ
ເຊິ່ງເປັນມວຍອີກຄູ່ທີ່ດຸເດືອດເຜັດມັນ “ເມືອງລາວ ປຸຍໂຟແມນ” ນັກມວຍຈາກ ສປປ ລາວ ບໍ່ເຮັດໃຫ້ແຟນມວຍຕ້ອງຜິດຫວັງ ໂດຍການອອກາວຸດໃສ່ຄູ່ຕໍ່ສູ້ຈັດແບບຊຸດໃຫຍ່ຄົບເຄື່ອງທັງສອກ, ເຂົ່າ, ມັດ ຈົນເອົາຊະນະຄະແນນຄູ່ຕໍ່ສູ້ ຢ່າງ “ກ້ອງລະນອງ ສ. ມິອຸດອນ” ໄດ້ສຳເລັດ ແລະ ຍັງເປັນມວຍທີ່ມັນທີ່ສຸດ ໄດ້ຮັບ Super Bonus ອີກດ້ວຍ
ເມືອງລາວ ປຸ໋ຍໂຟແມນມີແຜນຈະເຂົ້າຮ່ວມການແຂ່ງໃນເວທີ ອາຊຽນ ແລະ ສາກົນ.
ແຟນມວຍຊາວລາວກໍ່ຢ່າງລືມສົ່ງກຳລັງໃຈໄປໃຫ້ນັກມວຍລາວຄົນນີ້ດ້ວຍ!

https://www.facebook.com/100010369171290/videos/445887305766905/

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...