spot_img
Homeຂ່າວຕ່າງປະເທດກາຕາ ວຸ້ນຮອບດ້ານ 4 ຊາດຍົກເລີກຖ້ຽວບິນຫ້າມຜ່ານນ່ານຟ້າ

ກາຕາ ວຸ້ນຮອບດ້ານ 4 ຊາດຍົກເລີກຖ້ຽວບິນຫ້າມຜ່ານນ່ານຟ້າ

Published on

ອຸດສາຫະກຳການບິນຂອງກາຕາວຸ້ນວາຍຢ່າງໜັກຫຼັງຈາກ 4 ປະເທດຕາເວັນອອກກາງປະກອບດ້ວຍ ຊາອຸດິອະຣາເບຍ, ອີຢິບ, ບາເຣນ ແລະ ສະຫະລັດອາຣັບເອມິເຣດ ຫຼື ຢູເອອີ ປະກາດຕັດຄວາມສຳພັນທາງການທູດກັບກາຕາເພາະໃຫ້ການສະໜັບສະໜູນການກໍ່ການຮ້າຍ ເມື່ອວັນທີ 5 ມິຖຸນາ 2017 ທີ່ຜ່ານມາ ທັງຍັງປະກາດລະງັບການຕິດຕໍ່ເຊື່ອມໂຍງກັບກາຕາທັງທາງອາກາດ, ທາງບົກ ແລະ ທາງທະເລ.

ຄຳສັ່ງດັ່ງກ່າວໄດ້ສົ່ງຜົນກະທົບຕໍ່ກັບອຸດສາຫະກຳການບິນເຊິ່ງເປັນໜຶ່ງໃນອຸດສາຫະກຳຫຼັກທີ່ຂັບເຄື່ອນເສດຖະກິດຂອງກາຕາຢ່າງໜັກ ໂດຍສະເພາະແມ່ນສາຍການບິນກາຕາ ເຊິ່ງເປັນສາຍການບິນແຫ່ງຊາດຂອງກາຕາ ເພາະເທົ່າກັບເປັນການສັ່ງຫ້າມເຮືອບິນກາຕາບິນຜ່ານນ່ານຟ້າ ແລະ ບິນໄປເມືອງຕ່າງໆໃນປະເທດທີ່ຕັດຄວາມສຳພັນ.

ຂະນະທີ່ສາຍການບິນຈາກຊາດເຫຼົ່ານີ້ ເຊັ່ນ:​ ເອທິຮັດ ເອມິເຣດ ແລະ ກັລເອຣ໌ ຈະຍົກເລີກຖ້ຽວບິນເດີນທາງເຂົ້າ ແລະ ອອກຈາກນະຄອນຫຼວງໂດຮາ ຂອງກາຕາ ນັບຕັ້ງແຕ່ວັນທີ 6 ມິຖຸນານີ້ເປັນຕົ້ນໄປ ຄືກັນກັບສາຍການບິນຕົ້ນທຶນຕໍ່າຢ່າງໄຟ້ດູໄບ ແລະ ເອຣອາຣະເບຍ ທີ່ໄດ້ຍົກເລີກຖ້ຽວບິນໄປກາຕາແລ້ວ.

ນອກຈາກນີ້ປະເທດໃນຕາເວັນອອກກາງທັງ 4 ປະເທດ ຍັງໄດ້ຮຽກຕົວນັກການທູດຂອງຕົນທີ່ປະຈຳຢູ່ກາຕາໃຫ້ເດີນທາງກັບປະເທດດ່ວນ ໂດຍອີຢິບ ແລະ ຢູເອອີໄດ້ແຈ້ງໃຫ້ນັກການທູດຂອງກາຕາເດີນທາງອອກຈາກປະເທດໄປພາຍໃນ 48 ຊົ່ວໂມງ ຂະນະທີ່ປະຊາຊົນກາຕາບໍ່ວ່າຈະເປັນຄົນທີ່ອາໄສຢູ່ໃນປະເທດ ຫຼື ເປັນນັກທ່ອງທ່ຽວທີ່ກຳລັງຢູ່ໃນ 4 ປະເທດທີ່ຕັດຄວາມສຳພັນກັບກາຕາຕ້ອງເດີນທາງອອກຈາກປະເທດບໍ່ໃຫ້ເກີນ 2 ອາທິດ ທັງຍັງມີຄຳສັ່ງຫ້າມປະຊາຊົນຂອງປະເທດຕົນເອງເດີນທາງໄປທີ່ກາຕາອີກ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...