Homeຂ່າວທ້ອງຖິ່ນການກໍ່ສ້າງສະໜາມກິລາອຸດົມໄຊ ຮອງຮັບມະຫາກຳກິລາແຫ່ງຊາດ ສຳເລັດ 95%

ການກໍ່ສ້າງສະໜາມກິລາອຸດົມໄຊ ຮອງຮັບມະຫາກຳກິລາແຫ່ງຊາດ ສຳເລັດ 95%

Published on

 

ສະໜາມກິລາທີ່ຈະໃຊ້ໃນການເປີດ-ປິດງານມະຫະກຳກິລາແຫ່ງຊາດ ທີ່ແຂວງອຸດົມໄຊ ໄດ້ຮັບກຽດເປັນເຈົ້າ

ພາບໃນເດືອນທັນວາທີ່ຈະເຖິງນີ້ ແມ່ນສຳເລັດ 95%, ທີ່ຍັງບໍ່ທັນສຳເລັດ  ມີພຽງວຽກງານຕິດຕັ້ງອຸປະກອນ

ພາຍໃນສະໜາມເທົ່ານັ້ນ.

 

ທ່ານ ສົມເພັດ ມ້າວປະເສີດ ປະທານ ບໍລິສັດ ອະນຸລັກປ່າໄມ້ ແລະ ການທ່ອງທ່ຽວຮູບແບບນິເວດ ໄດ້ໃຫ້ສຳ

ພາດແກ່ນັກຂ່າວໜັງສືພິມປະຊາຊົນ ເມື່ອອາທິດຜ່ານມາວ່າ: ປະຈຸບັນການກໍ່ສ້າງສະໜາມກິລາທີ່ຈະໃຊ້ໃນ

ການເປີດ-ປິດງານມະຫະກຳກິລາແຫ່ງຊາດ ທີ່ແຂວງອຸດົມໄຊ ແມ່ນສຳເລັດສົມບູນ, ດຳເນີນການກໍ່ສ້າງນັ້ນ

ທາງບໍລິສັດພວກເຮົາແມ່ນໄດ້ແບ່ງວຽກງານການກໍ່ສ້າງເປັນ 3 ວຽກງານຄື: ວຽກງານການກໍ່ສ້າງພື້ນຖານ

ໂຄງລ່າງ, ວຽກງານກໍ່ສ້າງ ແລະ ປັບປຸງສະໜາມກິລາເກົ່າ, ວຽກງານຕິດຕັ້ງອຸປະກອນ, ມາຮອດປະຈຸບັນ

ສະໜາມກິລາທີ່ຈະໃຊ້ໃນພິທີເປີດ-ປິດແມ່ນເປີດໃຫ້ບັນດາກ້ອນກຳລັງສວນສະໜາມ ມາຝຶກຊ້ອມໄດ້ແລ້ວ,

ສ່ວນວຽກງານ ທີ່ເຫຼືອແມ່ນເປັນວຽກສ້ອມແປງສະໜາມກິລາເກົ່າ ຊຶ່ງຍັງເຫຼືອແຕ່ວຽກງານຕິດຕັ້ງອຸປະ

ກອນພາຍໃນສະໜາມ ຄາດວ່າໃນເດືອນກັນຍານີ້ຈະໃຫ້ ສຳເລັດ 100% ແລະ ຈະມີພິ ທີມອບ-ຮັບໃນເດືອນ

ຕຸລາທີ່ຈະມາເຖິງນີ້.

 

ທ່ານໃຫ້ຮູ້ຕື່ມອີກວ່າ: ທາງບໍລິສັດພວກເຮົາ ໄດ້ລົງມືກໍ່ສ້າງມາແຕ່ປີ 2010 ໃນມູນຄ່າຕາມສັນຍາຈຳນວນ 251 ຕື້

ກີບ, ຊຶ່ງບໍລິສັດເປັນຜູ້ລົງທຶນກ່ອນ 100% ໃນເນື້ອທີ່ 20 ເຮັກຕາ, ສະໜາມດັ່ງກ່າວ ນອກຈາກໃຊ້ໃນພິທີເປີດ-ປິດ

ແລ້ວ ຍັງໄດ້ນຳໃຊ້ເຂົ້າໃນການແຂ່ງຂັນກິລາບານເຕະ, ຕີບານຫາດຊາຍ, ໝາກແລ້, ໜ້າເກັກ, ແລ່ນ-ລານ ແລະ

ລອຍນ້ຳ.

 

ຜ່ານການດຳເນີນການກໍ່ສ້າງ ກໍມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຄວບຄູ່ກັນໄປ ເພາະແຂວງອຸດົມໄຊເປັນແຂວງ

ໜຶ່ງທີ່ຕັ້ງຢູ່ພາກເໜືອ ຊຶ່ງຫຍຸ້ງຍາກໃນການຄົມມະນາຄົມຂົນສົ່ງວັດຖຸ, ບວກກັບບຸກຄະລາກອນກໍມີຈຳນວນຈຳ

ກັດ, ແຕ່ເຖິງຢ່າງໃດກໍຕາມ ການກໍ່ສ້າງຂອງບໍລິສັດພວກເຮົາ ກໍໄດ້ຮັບການຕິດຕາມກວດກາຢ່າງໃກ້ຊິດຈາກ

ການນຳຂັ້ນສູງຂອງແຂວງ ກໍຄືພັກ ແລະ ລັດຖະບານ ໃຫ້ຄວາມເອົາໃຈໃສ່ຊີ້ນຳ-ນຳພາ ຢ່າງສະໝ່ຳສະເໝີ ຈຶ່ງເຮັດ

ໃຫ້ການກໍ່ສ້າງຕ່າງໆຂອງພວກເຮົາຜ່ານພົ້ນອຸປະສັກໄປໄດ້ດ້ວຍດີ.

 

ແຫຼ່ງຂ່າວ: ໜັງສືພິມປະຊາຊົນ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...