Homeຂ່າວພາຍ​ໃນແຈ້ງການໂຈະຊົ່ວຄາວການອອກອະນຸຍາດດຳເນີນທຸລະກິດ ສະຖາບັນການເງິນຢູ່ ສປປ ລາວ

ແຈ້ງການໂຈະຊົ່ວຄາວການອອກອະນຸຍາດດຳເນີນທຸລະກິດ ສະຖາບັນການເງິນຢູ່ ສປປ ລາວ

Published on

ກົມຄຸ້ມຄອງສະຖາບັນການເງິນແຫ່ງ ສປປ ລາວ ຂໍຖືເປັນກຽດຢ່າງສູງ ແຈ້ງມາຍັງບັນດາທ່ານຊາບວ່າ: ປິຈຸບັນການດຳເນີນທຸລະກິດຮູບແບບສະຖາບັນການເງິນ ໄດ້ຮັບຄວາມສົນໃຈໃນການລົງທຶນ ຈາກບຸກຄົນ ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ຈຳນວນສະຖາບັນການເງິນຢູ່ ສປປ ລາວ ໄດ້ມີຈຳນວນເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງເປັນການສ້າງໂອກາດໃຫ້ປະຊາຊົນເຂົ້າເຖິງການບໍລິການທາງດ້ານການເງິນຫຼາຍຂຶ້ນ, ປະກອບສ່ວນເຂົ້າໃນການພັດທະນາພື້ນຖານເສດຖະກິດ-ສັງຄົມ ຂອງ ສປປ ລາວ, ເຖິງແນວໃດກໍ່ຕາມບັນດາສະຖາບັນການເງິນຢູ່ ສປປ ລາວ ຍັງເປັນສະຖາບັນຂະໜາດເມື່ອທຽບໃສ່ບັນດາປະເທດໃນພາກພື້ນ ແລະ ສາກົນຍັງຈຳກັດ, ສະນັ້ນ ກົມຄຸ້ມ ຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ ຈິ່ງໄດ້ໂຈະຊົ່ວຄາວ ການອອກອະນຸຍາດດຳເນີນທຸລະກິດ ສະຖານບັນການເງິນທຸກຮູບແບບຄື: ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ, ສະຖາບັນການເງິນທີ່ບໍ່ຮັບເງິນຝາກ, ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ, ບໍລິສັດເຊົ່າສິນເຊື່ອ, ໂຮງຊວດຈຳນຳ ແລະ ບໍລິສັດ ໂອນເງິນດ່ວນລະຫວ່າງປະເທດ, ຈຸດປະສົງແມ່ນເພື່ອທົບທວນ ແລະ ປະເມີນການປະຕິບັດບັນດາລະບຽບນິຕິກຳ ໃຫ້ໄດ້ຮັບການປັບປຸງໃຫ້ດີຂຶ້ນ ແທດເໝາະກັບການຂະຫຍາຍຕົວທາງດ້ານເສດຖະກິດ ຂອງ ສປປ ລາວ ເຊິ່ງໄລຍະເວລາໃນການໂຈະຊົ່ວຄາວດັ່ງກ່າວ ແມ່ນນັບຕັ້ງແຕ່ວັນທີ 01 ມີນາ 2017 – 28 ກຸມພາ 2018.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...