Homeຂ່າວພາຍ​ໃນນັກໄຕກິລາ ຈາກລາວ ໜຶ່ງດຽວໃນ TOYOTA PATTAYA TRIATHLON Tour Series 2017

ນັກໄຕກິລາ ຈາກລາວ ໜຶ່ງດຽວໃນ TOYOTA PATTAYA TRIATHLON Tour Series 2017

Published on

ທ້າວ ອາທິດ ລາດປາກດີ (ແຈັກ) ໜຶ່ງດຽວນັກໄຕກິລາ ຈາກ ສປປ.ລາວ ຊູທຸງຊາດເຂົ້າເສັ້ນໄຊຢ່າງສະຫງ່າ  ໃນການແຂ່ງ TOYOTA PATTAYA TRIATHLON Tour Series 2017 ຈັດຂຶ້ນທີ ເມືອງ ພັດທະຍາ ປະເທດ ໄທ, ເຊິ່ງເປັນກິລາທີ່ມີຄວາມຍາກ ແລະ ທ້າທາຍຫຼາຍ ເຊິ່ງຜູ້ເຂົ້າຮ່ວມແຂ່ງຂັນນອກຈາກຈະມີກຳລັງໃຈທີ່ພ້ອມແລ້ວ ກຳລັງກາຍຕ້ອງມີຄວາມພ້ອມສົມບູນແບບເຖິງຈະສາມາດລົງແຂ່ງໄດ້.

ແລະ ງານນີ້ “ແຈັກ” ກໍ່ໄດ້ທຸ້ມເທເວລາກຳລັງກາຍ ແລະ ຕັ້ງໃຈໃນການຝຶກສ້ອມເພື່ອກຽມຕົວລົງແຂ່ງໃນລາຍ ການນີ້ໂດຍສະເພາະ ໃນລາຍການແຂ່ງຂັນຈະປະກອບມີ: ລອຍນໍ້າ 1.5 km,ປັ່ນລົດຖີບ 40km, ແລ່ນ 10km 27, ແລະ ໃນທີ່ສຸດ ທ້າວ ແຈັກ ອົດທົນມາຮອດຈຸດເສັ້ນໄຊພ້ອມຊູທຸງຊາດລາວແລ່ນເຂົ້າເສັ້ນໄຊຢ່າງສະຫງ່າງາມ ເຖິງແມ່ນວ່າລາວຈະບໍ່ສາມາດຄວ້າອັນດັບທີ 1 ມາຄອງ ແຕ່ກໍ່ຖືວ່າ “ແຈັກ” ໄດ້ເອົາຊະນະໃຈຕົວເອງແລ້ວ ນີ້ກໍ່ຖືວ່າເປັນບາດກ້າວໃໝ່ຖືວ່າເປັນການບຸກເບີກທາງກີລາສາຍນີ້ໄວ້ໄດ້ດີ ຫວັງວ່າໂອກາດໜ້າຈະໄດ້ເຫັນສະຖິຕິໃໝ່ ແລະ ເຫັນຄົນຮຸ່ນໃໝ່ທີ່ມັກຮັກກິລາທີ່ເຕັມໄປດ້ວຍຄວາມທ້າທາຍນີ້ເຂົ້າໄປຮ່ວມແຂ່ງກັນຫຼາຍ.

ທີ່ມາ:jack ladpakdy

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...