Homeຂ່າວພາຍ​ໃນນາຍົກເປັນຫ່ວງປະຊາຊົນ ສັ່ງທົ່ວປະເທດປ້ອງກັນແລະສະກັດກັ້ນ ພະຍາດໄຂ້ຍຸງລາຍ

ນາຍົກເປັນຫ່ວງປະຊາຊົນ ສັ່ງທົ່ວປະເທດປ້ອງກັນແລະສະກັດກັ້ນ ພະຍາດໄຂ້ຍຸງລາຍ

Published on

ດ້ວຍຄວາມເປັນຫ່ວງເປັນໃຍຕໍ່ ສຸຂະພາບແລະຊີວິດ ຂອງພໍ່ແມ່ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ຕໍ່ກັບການລະບາດຂອງພະຍາດໄຂ້ຍຸງລາຍ ໃນປີ 2017 ນີ້ ເຊິ່ງພາຍຫຼັງທີ່ທ່ານນາຍົກໄດ້ຮັບລາຍງານວ່າ ຍ້ອນການປ່ຽນແປງຂອງສະພາບດິນຟ້າອາກາດເຮັດໃຫ້ການລະບາດຂອງໄຂ້ຍຸງລາຍຂະຫຍາຍຕົວໄວ ແລະປີນີ້ກໍມີການລະບາດແຕ່ຕົ້ນປີ.

ດັ່ງນັ້ນ, ທ່ານນາຍົກຈຶ່ງໄດ້ອອກຄຳສັ່ງ ເລກທີ 08/ນຍ ລົງວັນທີ 19 ພຶດສະພາ 2017 ວ່າດ້ວຍການປ້ອງກັນແລະສະກັດກັ້ນ ການລະບາດຂອງພະຍາດໄຂ້ຍຸງລາຍ ໃນປີ 2017 ໂດຍສັ່ງໃຫ້ລັດຖະມົນຕີກະຊວງສາທາລະນະສຸກ, ຫົວໜ້າພະແນກສາທາລະນະສຸກປະຈຳແຕ່ລະແຂວງ ເຂົ້າຮ່ວມປະຕິບັດວຽກງານຕ້ານແລະສະກັດກັ້ນພະຍາດໄຂ້ຍຸງລາຍຢ່າງເປັນປົກກະຕິ.

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...