Homeຂ່າວຕ່າງປະເທດອິນເດຍເປີດນຳໃຊ້ຂົວທີ່ຍາວທີ່ສຸດໃນປະເທດ

ອິນເດຍເປີດນຳໃຊ້ຂົວທີ່ຍາວທີ່ສຸດໃນປະເທດ

Published on

ສຳນັກຂ່າວເອເອຟພີລາຍງານວ່າ ອິນເດຍເປີດຂົວທີ່ຍາວທີ່ສຸດຂອງປະເທດ ຕັ້ງຢູ່ໃກ້ກັບຊາຍແດນດ້ານທີ່ຕິດກັບຈີນ ເມື່ອວັນທີ 27 ພຶດສະພາ 2017 ນັບເປັນບາດກ້າວທີ່່ຖືກເບິ່ງວ່າເປັນຄວາມພະຍາຍາມໃນການເສີມສ້າງດ້ານຄວາມໝັ້ນຄົງໃນການປ້ອງກັນປະເທດໃນພາກພື້ນທີ່ມີຄວາມລະອຽດອ່ອນ.

ທ່ານ ນະເຣນມຣາ ໂມດີ ນາຍົກລັດຖະມົນຕີອິນເດຍ ສະເຫຼີມສະຫຼອງການຄອງອຳນາດຄົບຮອບ 3 ປີ ດ້ວຍການເດີນທາງມາເປັນປະທານໃນພິທີເປີດນຳໃຊ້ຂົວ ໂທລາ-ສາທິຍາ ມີຄວາມຍາວກວ່າ 9.1 ກິໂລແມັດ ຂ້າມແມ່ນ້ຳພອນມະຫາບຸດທີ່ເປັນເຂດເຊື່ອມຕໍ່ລະຫວ່າງລັດອັສສຳ ກັບ ລັດອາຣຸຍາຈັລປະເທດ

ສື່ອິນເດຍໄດ້ລາຍງານເມື່ອວັນທີ 26 ພຶດສະພາທີ່ຜ່ານມາວ່າ ຂົວແຫ່ງນີ້ຖືກສ້າງຂຶ້ນໂດຍມີຈຸດປະສົງເພື່ອໃຫ້ສາມາດຮອງຮັບນ້ຳໜັງເຖິງ 60 ໂຕນຂອງລົດຖັງໄດ້

“ຂົວນີ້ບໍ່ພຽງແຕ່ຈະເຮັດໃຫ້ປະຢັດທັງເວລາ ແລະ ເງິນ ແຕ່ຍັງນຳໃຊ້ເຂົ້າໃນການປະຕິວັດທາງເສດຖະກິດໃໝ່ສຳລັບປະຊາຊົນຊາວອັສສຳ ແລະ ອາຣຸຍາຈັລປະເທດ”

 

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...