Homeຂ່າວຕ່າງປະເທດ"ມາກ ຊັກເຄີເບຣີກ" ຮັບໃບປະລິນຍາເອກ ຈາກມະຫາວິທະຍາໄລ Havard

“ມາກ ຊັກເຄີເບຣີກ” ຮັບໃບປະລິນຍາເອກ ຈາກມະຫາວິທະຍາໄລ Havard

Published on

ຫຼັງຈາກທີ່ລາອອກຈາກ ມະຫາວິທະຍາໄລ Havard ເມື່ອ 13 ປີກ່ອນ ເພື່ອມາສ້າງ Fackbook ຈົນປະສົບຜົນສໍາເລັດເປັນເຄືອຄ່າຍສັງຄົມອອນໄລນ໌ທີ່ໃຫຍ່ທີ່ສຸດໃນໂລກ ມີສະມາຊິກເຂົ້າໃຊ້ກວ່າ 2,000 ລ້ານຄົນ ແລະ ໃນທີ່ສຸດ “ມາກ ຊັກເຄີເບຣີກ” ກໍ່ໄດ້ກັບມາທີ່ມະຫາວິທະຍາອີກຄັ້ງເພື່ອເຂົ້າຮ່ວມຮັບ ໃບປະລິນຍາເອກ ໃນຖານະບັນດິດກິຕິມະສັກ

ໂດຍປະທານ ບໍລິສັດ Fackbook ເຂົ້າຮ່ວມພິທີຈົບການສຶກສາຂອງບັນດິມະຫາວິທະຍາໄລ Havard ລຸ້ນທີ 336 ທີ່ເມືອງ ແຄມບຣິດ ສະຫະລັດ ເມື່ອວັນພະຫັດ ທີ 25 ພຶດສະພາ 2017 ໂດຍໃນໂອກາດນີ້ ທາງມະຫາວິທະຍາໄລ ໄດ້ມອບໃບປະລິນຍານິຕິສາດຸດຖິບັນດິດກິດຕິມະສັກ (ປະລິນຍາເອກ) ໃຫ້ແກ່ “ມາກ ຊັກເຄີເບຣີກ” ທີ່ອາຍຸດຽວນີ້ 33 ປີ ເຊຶ່ງເຄີຍສຶກສາດ້ານຈິດວິທະຍາ ແລະ ວິທະຍາສາດຄອມພິວເຕີ ທີ່ມະຫາວິທະຍາໄລແຫ່ງນີ້ ກ່ອນທີ່ຈະລາອອກໄປເມື່ອເດືອນ ພຶດສະພາ 2004 ເພື່ອໄປສ້າງ Fackbook.

“ມາກ ຊັກເຄີເບຣີກ” ໄດ້ຮັບກຽດໃຫ້ຂຶ້ນເວທີເພື່ອກ່າວ ສູນທອນພົດ ຕໍ່ໜ້າບັນດິດທັງຫຼາຍ ເຊິ່ງມີສາລະສໍາຄັນກ່ຽວກັບການສ້າງແຮງບັນດານໃຈ ເຊັ່ນ:

“ຄວາມປ່ຽນແປງເລີ່ມຂຶ້ນຈາກຊຸມຊົນ ຄວາມປ່ຽນແປງລະດັບໂລກເລີ່ມຂຶ້ນຈາກຈຸດນ້ອຍໆ ເຊຶ່ງກໍຄືພວກເຮົາທຸກຄົນ”

“ຂ້ອຍຢູ່ນີ້ເພື່ອບອກພວກທ່ານວ່າການຄົ້ນຫາເປົ້າໝາຍນັ້ນບໍ່ພຽງພໍ ” ຊັກເຄີເບຣີກ ລະບຸກັບັກສຶກສາທ່າມກາງສາຍຝົນ ວ່າ “ຄວາມທ້າທາຍຂອງເຮົາຄືການສ້າງໂລກທີ່ທຸກຄົນຮູ້ຈັກກັບຄຳວ່າເປົ້າໝາຍ”

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...