Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ລາກຄໍກຸ່ມເຮັດປ້າຍລົດປອມມາຮັບໂທດ

ປກສ ລາກຄໍກຸ່ມເຮັດປ້າຍລົດປອມມາຮັບໂທດ

Published on

       ໃນວັນທີ 24 ພຶດສະພາ 2017, ກົມຕໍາຫຼວດສຶບສວນ-ສອບສວນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ຖະແຫຼງຂ່າວມ້າງກຸ່ມກຸ່ມແກ້ງ ປອມແປງເອກະສານ ( ປອມປ້າຍລົດ ) ສາມາດຈັບກຸມຜູ້ຖືກຫາ 4 ຄົນຄື: ນາງ ປິ່ນຄໍາ ອາຍຸ 53 ປີ, ບ້ານດອນກອຍ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ນາງ ດໍາ ອາຍຸ 28 ປີ, ນັກສຶກສາ ບ້ານນາປົ່ງ ເມືອງຄົງເຊໂດນ, ທ້າວ ເຫຼືອງ ອາຍຸ 33 ປີ ສັນຊາດຫວຽດນາມ ພັກເຊົາຢູ່ບ້ານຄົງນະຄອນ ເມືອງຄົງເຊໂດນ ແຂວງສະລະວັນ ແລະ ທ້າວ ໝອນ ອາຍຸ 24 ປີ, ບ້ານແກ້ງກອກ ເມືອງຈໍາພອນ ແຂວງສະຫວັນນະເຂດ.
       ພວກກ່ຽວຮັບສາລະພາບວ່າໄດ້ເຄື່ອນໄຫວ ເຮັດປ້າຍປອມຈຳນວນຫຼວງຫຼາຍ ຕາມການສັ່ງຂອງລູກຄ້າ. ແຕ່ສຸດທ້າຍກໍບໍ່ຫຼຸດພົ້ນຈາກກົດໝາຍບ້ານເມືອງ ເຈົ້າໜ້າທີ່ຈັບໂຕໄປດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.
ພາບແລະຂ່າວ: ໜັງສືພິມຄວາມສະຫງົບ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...