spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມວິທີສັງເກດອາການເນື້ອງອກໃນຮັງໄຂ່ ໂຣກຮ້າຍທີ່ສາວໆບໍ່ຄວນເບິ່ງຜ່ານ

ວິທີສັງເກດອາການເນື້ອງອກໃນຮັງໄຂ່ ໂຣກຮ້າຍທີ່ສາວໆບໍ່ຄວນເບິ່ງຜ່ານ

Published on

ເນື້ອງອກໃນຮັງໄຂ່ ໂຣກໃຫ້ຕົວທີ່ແມ່ຍິງອາດບໍ່ໄດ້ສັງເກດ ແຕ່ຮູ້ບໍ່ວ່າມີຄວາມສ່ຽງທີ່ຈະກາຍເປັນມະເຮັງຮັງໄຂ່ໄດ້ ຫາກເນື້ອງອກນັ້ນກາຍເປັນເນື້ອຮ້າຍ !

ຖ້າແມ່ຍິງຄົນໃດຢູ່ໆກໍ່ຮູ້ສຶກວ່າທ້ອງໃຫຍາຂຶ້ນ ໃນເມື່ອຕົນເອງກໍ່ບໍ່ແມ່ນຄົນຕຸ້ຍໜ້າທ້ອງຫຼາຍ ຫຼື ກຳລັງຖືພາ ປະຳເດືອນກໍ່ມາຜິດປົກກະຕິ ປວດປັດສະວະເລື່ອຍໆ ຖ່າຍຍາກເປັນປະຈຳ ແລະ ເມື່ອເວລາຄຳເບິ່ງທີ່ທ້ອງກໍ່ຮູ້ສຶກວ່າເປັນກ້ອນໆ ຫາກມີແບບນີ້ຕ້ອງຟ້າວໄປໂຮງໝໍດ່ວນຢ່າປະປ່ອຍ ເພາະຖ້າມັນແມ່ນເນື້ອງອກກໍ່ຈະໄດ້ຮັບສາທັນ

ວິທີສັງເກດອາການເນື້ອງອກໃນຮັງໄຂ່

ເມື່ອເວລາເນື້ອງອກຍັງມີຂະໜາດນ້ອຍຢູ່ນັ້ນ ກໍ່ຈະບໍ່ມັກສະແດງອາການໃດໆ ອກມາໃຫ້ຮູ້ ແຕ່ເມື່ອນມັນໃຫຍ່ຂຶ້ນ ຜູ້ທີ່ເປັນຈະມີອາການດັ່ງນີ້:

– ຮູ້ສຶກປວດທ້ອງນ້ອຍ
– ມີຄວາມຜິດປົກກະຕິຂອງປະຈຳເດືອນອາດຈະມາບໍຖືກມື້ ຫຼື ບໍ່ມາ ຫຼື ມາຫຼາຍເກີນໄປ ມາໜ້ອຍເກີນໄປ
– ທ້ອງໃຫຍ່ ຫຼື ບວມຂຶ້ນ ແລະ ຮູ້ສຶກອຶດອັດແໜ້ນທ້ອງ
– ຄຳເບິ່ງທ້ອງແລ້ວພົບເປັນກ້ອນໆ
– ທ້ອງອືດ ປວດຮາກ
– ຫາກກ້ອນນັ້ນໄປກົດທັບກະເພາະປັດສະວະ ກໍ່ຈະມີອາການປວດປັດສະວະເລື່ອຍໆ
– ຫາກກ້ອນເນື້ອງອກໄປກົດບຽດລຳໄສ້ຈະມີອາການຖືກອືດຖ່າຍຍາກ
– ຫາກກ້ອນເນື້ອງອກມີຂະໜາດໃຫຍ່ຫຼາຍ ຫຼື ເກີດພາວະແຊກຊ້ອນທີ່ຮຽກວ່າ “ພາວະຮັງໄຂ່ບິດຕົວ” ຈະຮູ້ສຶກປວດທ້ອງກັບມີໄຂ້ ຮັງໄຂ່ອາດຈະແຕກອອກຈົນເກີດການຕົກເລືອດ ແລະ ຕິດເຊື້ອໄດ້.

ຖ້າຫາກວ່າ ກ້ອນເນື້ອງອກນັ້ນເປັນກ້ອນເນື້ອຮ້າຍ ຫຼື ມະເຮັງຮັງໄຂ່ ອາການທີ່ສະແດງອອກມາຈະເຫັນໄດ້ຊັດເຈນກວ່າກ້ອນເນື້ອທຳມະດາ ຫຼື ອາດມີອາການເບື່ອອາຫານ, ນ້ຳໜັກຫຼຸດ ມີພາວະທ້ອງມານ ຫຼທ ມີນ້ຳໃນຊ່ອງທ້ອງ ເຊິ່ງຈຳເປັນຕ້ອງໄດ້ຮັບການຮັກສາເພື່ອປ້ອງກັນເນື້ອຮ້າຍລຸກລາມ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...