Homeຂ່າວພາຍ​ໃນລາວ-ໄທ ຈະສ້າງຕະຫຼາດຊາຍແດນຮ່ວມກັນ ເພື່ອຍູ້ການຄ້າ ການລົງທຶນ

ລາວ-ໄທ ຈະສ້າງຕະຫຼາດຊາຍແດນຮ່ວມກັນ ເພື່ອຍູ້ການຄ້າ ການລົງທຶນ

Published on

ການພົບປະສອງຝ່າຍລະຫວ່າງ ທ່ານ ສົມດີ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ  ແຫ່ງສປປລາວ ກັບ ທ່ານ​ ສົມ​ຄິດ ຈາຕຸ​ສີ​ພິທັກ ຮອງ​ນາຍົກລັດຖະມົນຕີ ​ແຫ່ງ ຣາຊະ​ອານາຈັກ​ໄທ ພ້ອມ​ຄະນະ ໃນຕອນເຊົ້າວັນທີ24 ພືດສະທີ່ໂຮງແຮມແລນມາກແມ່ຂອງ ນະຄອນຫຼວງວຽງຈັນ.

ໃນກອງປະຊຸມສອງ​ຝ່າຍ ຈະກໍານົດ​ເອົາ​ຈຸດ​ຜ່ານ​ຊາຍ​ແດນ ສະຫວັນ​ນະ​ເຂດ-ມຸກດາ​ຫານ ​ເປັນ​​ເຂດ​​ແຈ້ງ​ກວດ​ສິນ ຄ້າຮ່ວມ​ກັນ (Common control area) ​ເພື່ອ​ໃຫ້​ສາມາດ​ຈັດຕັ້ງປະຕິບັດ​ ພາຍ​ໃນ​ປີ 2017 ນີ້; ​ພ້ອມ​ທັງເຫັນ​ດີ​ ຈະ​ເລັ່ງການ​ສ້າງ​ຂົວ​ມິດຕະພາບ ລາວ-​ໄທ ​ແຫ່ງ​ທີ 5 ລະ​ຫວ່າງ ​ແຂວງ ບໍລິ​ຄໍາ​ໄຊ ​ແລະ ຈັງ​ຫວັດບຶງ​ການ ​ແລະ ຈະ​ສົ່ງ​ເສີມ​ການ​ເຊື່ອມ​​ໂຍງ​ພາກ​ພື້ນ ລະຫວ່າງ ກໍາປູ​​ເຈຍ, ລາວ, ມຽນມາ, ຫວຽດ ນາມ ​ແລະ ​ໄທ (CLMVT), ​ທັງສະໜັບ​ສະ​ໜູນ​ ໃຫ້​ມີ​ການ​ສ້າງ​ແຜນ​ຍຸດ​ທະ​ສາດ​ ການ​ເຊື່​ອມ​ໂຍງຂົງ​ເຂດ​ດັ່ງກ່າວ ​ໃນ​ດ້ານ​ຕ່າງໆ ພາຍ​ໃຕ້ຂອບ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ ການ​ຮ່ວມ​ມື​ເສດຖະກິດ​ແມ່​ນໍ້າອີຣະວະ​ດີ-​​ແມ່​ນໍ້າເຈົ້າພະຍາ-​ແມ່​ນໍ້າຂອງ ຫລື ACMECS.

ສຳລັບດ້ານ​ການ​ຄ້າ​ ​ແລະ ການ​ລົງທຶນ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ ຈະ​ສົ່ງ​ເສີມ​ ເພີ່ມ​ປະລິມານ​ການ​ຄ້າ​ສອງ​ຝ່າຍ​ ໃຫ້​ສູງ​ກວ່າ 10 ຕື້​ໂດ​​ລາ​ສະຫະລັດ ໃນ​ປີ 2024 ​ໂດຍ​ນໍາ​ໃຊ້​ຜົນ​ປະ​ໂຫຍ​ດຈາກ​ທຸກ​ກົນ​ໄກ ຂອງ​ລັດ ​ແລະ ພາກ​ເອກະ​ຊົນ ​ເນື່ອງ​ຈາກປະ​ເທດ​ໄທ ​ໄດ້​ເປັນ​ຄູ່​ຮ່ວມ​ມື​ການ​ຄ້າສໍາຄັນ ​ຂອງ ສປປ ລາວ ມາ​ຫລາຍ​ກວ່າ 40 ປີ ​ແລະ ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ ໃນ​ແຕ່​ລະ​ໄລຍະ ​ມີ​ທ່າ​ອ່ຽງເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ຈາກ 2,2 ຕື້​​ ໃນ​ສົກ​ປີ 2010-2011 ​​ເພີ່ມ​ເປັນ 5,8 ຕື້​ໂດ​ລາ​ສະຫະລັດ​ ໃນ​ສົກ​ປີ 2015-2016.​ ພ້ອມ​ນັ້ນ, ສອງ​ຝ່າຍ​ເຫັນ​ດີ ຈະ​ສົ່ງ​ເສີມ​ການ​ຮ່ວມ​ມື​ດ້ານ​ການ​ສ້າງຕັ້ງກອງ​ທຶນ ​ໃນ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ (Infras tructure Fund) ​​ເພື່ອ​ສົ່ງ​ເສີມ​ໂຄງການ​ພັດທະ​ນາ​ ພື້ນຖານ​ໂຄງ​ລ່າງ ​ຢູ່ ສປປ ລາວ ​ແລະ ສະໜັບສະໜູນ ​ນະ​ໂຍບາຍ​ການ​ພັດທະນາ​ພະລັງງານ​ຂອງ​ລາວ.

​ໃນ​ດ້ານ​ການ​ສົ່ງ​ເສີມ​ ການ​​ໄປມາຫາສູ່​ລະ​ຫວ່າງ​ປະຊາຊົນ​ ສອງ​ປະ​ເທດ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ຈະ​ສ້າງ​ແຜນ​ແມ່​ບົດ​ ດ້ານ​ການ​ທ່ອງ​ທ່ຽວ​ຂ້າມ​ຊາຍ​ແດນ​ຮ່ວມ​ກັນ ​ພາຍ​ໃຕ້​ຄວາມ​ຄິດສອງ​ປະ​ເທດ ໜຶ່ງ​ຈຸດໝາຍ​ປາຍທາງ (Two Countries, One Destination) ​ໂດຍ​ມອບ​ໃຫ້​ຂະ​ແໜງ​ກາ​ນທ່ອງ​ທ່ຽວ ຂອງສອງປະ​ເທດ ນໍາໄປ​ປຶກສາ​ຫາລືລາຍ​ລະອຽດ​​ ໃນ​ຂັ້ນຕໍ່​ໄປ. ນອກຈາກ​ນັ້ນ, ກໍໄດ້​ປຶກສາ​ຫາລື​ການ​ຮ່ວມ​ມື​ດ້ານ​ພະລັງງານ ​ແລະ ຕະຫລາດ​ຫລັກ​ຊັບ.

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...