spot_img
Homeຂ່າວພາຍ​ໃນລັດຖະບານຈະສ້າງທາງດ່ວນ ແຕ່ນະຄອນຫຼວງຮອດຊາຍແດນຈີນ

ລັດຖະບານຈະສ້າງທາງດ່ວນ ແຕ່ນະຄອນຫຼວງຮອດຊາຍແດນຈີນ

Published on

ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນພຶດສະພາ 2017 ໄດ້ໄຂຂຶ້ນ ໃນຕອນເຊົ້າຂອງວັນທີ 22 ພຶດສະພາ 2017 ຢູ່ສຳນັກງານນາຍົກລັດຖະມົນຕີ ພາຍໃຕ້ການ ເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໂດຍມີບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ.

ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນ ພຶດສະພາ 2017 ຄັ້ງນີ້ ບັນດາສະມາຊິກລັດຖະບານ ແມ່ນຈະໄດ້ພ້ອມກັນ ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນ ເຂົ້າໃນຫຼາຍບັນຫາສຳຄັນ ເປັນຕົ້ນ ຮ່າງລັດຖະບັນຍັດ 003/ປປທ, ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ ສະບັບປັບປຸງ; ຮ່າງແຜນຈັດຕັ້ງປະຕິບັດວຽກງານເລືອດ 5 ປີຄັ້ງທີ II (2016-2020), ຍຸດທະສາດການພັດທະນາວຽກງານເລືອດ 2016-2025 ແລະ ວິໄສທັດ ຮອດປີ 2030; ຮ່າງດໍາລັດ ວ່າດ້ວຍການຝຶກອົບຮົມ ແລະ ພັດທະນາພະນັກງານ-ລັດຖະກອນ; ຮ່າງດໍາລັດ ວ່າດ້ວຍການປະເມີນຜົນການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ; ຮ່າງດໍາລັດ ວ່າດ້ວຍກອງທຶນສ້າງ ແລະ ພັດທະນາສີມືແຮງງານ; ຮັບຟັງການລາຍງານ ກ່ຽວກັບການຕິດຕາມກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດບັນດາມະຕິ, ດໍາລັດ, ຄໍາສັ່ງ, ຂໍ້ຕົກລົງຂອງລັດຖະບານ ແລະ ຄໍາເຫັນຊີ້ນໍາ ຂອງທ່ານນາຍົກລັດຖະມົນຕີ; ຮັບຟັງການລາຍາງນກ່ຽວກັບ ແລວທາງດ່ວນ ນະຄອນຫຼວງວຽງຈັນ-ບໍ່ເຕ່ນ(ຊາຍແດນລາວ-ຈີນທີ່ແຂວງຫຼວງນໍ້າທາ), ຕອນທີ 1 ນະຄອນຫຼວງວຽງຈັນ-ວັງວຽງ ແລະ ຮ່າງດໍາລັດ ວ່າດ້ວຍທຸລະກິດນໍ້າມັນເຊື່ອໄຟ.

ທ່ານ ທອງລຸນ ສີສຸລິດ ປະທານກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2017 ໄດ້ພິຈາລະນາຫຼາຍບັນຫາ ໜຶ່ງໃນນັ້ນຄືໂຄງການສ້າງທາງດ່ວນຈາກ ນະຄອນຫຼວງວຽງຈັນ-ບໍ່ເຕັນ ແຂວງຫຼວງນໍ້າທາ
ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2017 ໄດ້ພິຈາລະນາຫຼາຍບັນຫາ ໜຶ່ງໃນນັ້ນຄືໂຄງການສ້າງທາງດ່ວນຈາກ ນະຄອນຫຼວງວຽງຈັນ-ບໍ່ເຕັນ ແຂວງຫຼວງນໍ້າທາ

ຜູ້ຂຽນ: ຄຳວົງສັກ ບັນດິດ
ແຫລ່ງຂ່າວ: ກົມປະຊາສຳພັນ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...