Homeຂ່າວທ້ອງຖິ່ນຄົນຫຼັກຊາວຖາມ ເສົາໄຟເຍືອງທາງເອົາໄວ້ເພື່ອຫຍັງ?

ຄົນຫຼັກຊາວຖາມ ເສົາໄຟເຍືອງທາງເອົາໄວ້ເພື່ອຫຍັງ?

Published on

ປະຊາຊົນຫຼັກຊາວຝາກຖາມໄຟຟ້າເມືອງຄຳເກີດວ່າ ເປັນຫຍັງເສົາໄຟເຍືອງທາງກໍມີຢູ່ແລ້ວ ແຕ່ຄືບໍ່ເປີດໄຟໃຫ້ຕົວເມືອງມີແສງສະຫວ່າງແດ່?

ຫຼັກຊາວ ເປັນເມືອງໃຫຍ່ອັນດັບສອງ ຮອງຈາກເມືອງປາກຊັນ ທີເປັນຕົວເມືອງເທສະບານແຂວງ ບໍລິຄຳໄຊ. ຫຼັກຊາວ ຕັ້ງຢູ່ເສັ້ນທາງເລກ 8 ໄກຈາກຊາຍແດນລາວ-ຫວຽດນາມ 30 ກິໂລແມັດ, ຢູ່ເມືອງຄຳເກີດ ແຂວງບໍລິຄຳໄຊ ເປັນຕົວເມືອງຊາຍແດນທີ່ມີການພັດທະນາຢ່າງໄວຖ້າທຽບໃສ່ຕົວເມືອງອື່ນໆ ຂອງແຂວງ. ປັດຈຸບັນລະບົບໂຄງລ່າງພື້ນຖານໄດ້ພັດທະນາຫຼາຍຢ່າງ ເປັນຕົ້ນແມ່ນເສັ້ນທາງໃນຕົວເມືອງມີທັງປູຢາງ, ປູຄອນກີດ ໃນຫຼາຍເສັ້ນທາງຫຼັກ.

ໃນຂະນະທີ່ເສົາໄຟເຍືອງທາງໃນເສັ້ນທາງຫຼັກກໍໄດ້ຕິດຕັ້ງສຳເລັດຕັ້ງແຕ່ຕົ້ນປີ ແລະໄດ້ມີການເປີດທົດລອງໃຊ້ໃນໄລຍະບຸນປີໃໝ່ເປັນເວລາ 3 ວັນ ເຊິ່ງໄດ້ສ້າງຄວາມປິຕິຊົມຊື່ນແກ່ປະຊາຊົນໃນຕົວເມືອງຫຼັກຊາວເປັນຢ່າງດີ ເພາະນອກຈາກຈະເຮັດໃຫ້ຕົວເມືອງສວຍງາມແລ້ວ ຍັງສາມາດປ້ອງກັນສິ່ງຫຍໍ້ທໍ້ທີ່ເກີດຂຶ້ນຕາມທ້ອງຖະໜົນໄດ້ຫຼາຍຂຶ້ນ ສ້າງຄວາມປອດໄພແກ່ຜູ້ສັນຈອນໃນຍາມຄໍ່າຄືນໄດ້ເປັນຢ່າງດີ.

ແນວໃດກໍຕາມ, ຍັງໜ້າເສຍດາຍຢູ່ບ່ອນວ່າ ເສົາໄຟເຍືອງທາງທີ່ລົງທຶນຫຼາຍຕື້ນັ້ນ ບໍ່ມີການເປີດນຳໃຊ້ ປ່ອຍໃຫ້ຕົວເມືອງສວຍງາມແຫ່ງນີ້ ມີຄວາມມືດມົວ ບໍ່ສົມກັບວ່າເປັນເມືອງທີ່ສວຍງາມ, ເມືອງຊາຍແດນ ແລະເມືອງທີ່ມີເຂື່ອນໄຟຟ້ານໍ້າຕົກທັງຂະໜາດນ້ອຍແລະໃຫຍ່ຕັ້ງຢູ່ເຖິງສອງແຫ່ງ.

ຕົວເມືອງຫຼັກຊາວ ໃນຍາມຄໍ່າຄືນ ເສົາໄຟເຍືອງທາງຍາວຢຽດ ແຕ່ບໍ່ຮຸ່ງຈັກດອກ
ເສົາໄຟເຍືອງທາງ ໃນຍ່ານຕໍ່ໜ້າວັດແສນອຸດົມ ເສັ້ນທາງຫຼັກຂອງຕົວເມືອງໃນເວລາກາງເວັນ ໂດດເດັ່ນສະຫງ່າ ແຕ່ຕົກກາງຄືນມາພັດມືດປານກຳຕາ
ຫຼັກຊາວ ຕົວເມືອງທີ່ອ້ອມລ້ອມດ້ວຍທຳມະຊາດທີ່ສວຍງາມ
ຫຼັກຊາວ ສັນຍະລັກເດັ່ນຕະການຕາ
ຕະຫຼາດສົດທີ່ສວຍງາມ ມີຜາຜີຮ້ອງເປັນສາກຫຼັງ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...