Homeຄວາມຮູ້ກ່ຽວກັບ AECຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ ອາວຸໂສ ອາຊຽນ

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ ອາວຸໂສ ອາຊຽນ

Published on

ໃນວັນທີ 22 ພຶດສະພາ 2017 ທີ່ ນະຄອນຫລວງມະນີລາ ຟີລິບປິນ, ທ່ານ ທອງຜ່ານສະຫວັນເພັດ ຮອງລັດຖະ ມົນຕີ ກະຊວງ​ການ​ຕ່າງ​ປະ​ເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ​ໄດ້​ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ພາຍໃຕ້ການເປັນປະທານ ຂອງຟີລິບປິນ.

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນຄັ້ງນີ້, ໄດ້ປຶກສາຫາລື ກ່ຽວກັບຄວາມພະຍາຍາມ ໃນການສືບຕໍ່ສ້າງຄວາມເຂັ້ມແຂງ ໃຫ້ແກ່ປະຊາຄົມອາຊຽນ, ຊຶ່ງລວມທັງການພົວພັນ ແລະ ຮ່ວມມືກັບພາຍນອກ ແລະ ບົດບາດຄວາມເປັນແກນກາງຂອງອາຊຽນ. ພ້ອມດຽວກັນນີ້, ກອງປະຊຸມ ປຶກສາຫາລື ເພື່ອກະກຽມໃຫ້ແກ່ບັນດາກອງປະຊຸມ ລັດຖະມົນຕີ ຕ່າງປະເທດອາຊຽນ ຄັ້ງທີ 50 ແລະ ກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ກັບ ບັນດາຄູ່ເຈລະ ຈາ, ກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ບວກສາມ ຄັ້ງທີ 13, ກອງປະຊຸມລັດຖະມົນຕີ ຕ່າງປະເທດ ຂອງກອງປະຊຸມສຸດຍອດ ອາຊີຕາເວັນອອກ ຄັ້ງທີ 7,  ກອງປະຊຸມເວທີພາກພື້ນ ອາຊຽນ ຄັ້ງທີ 24 ແລະ ກິດຈະກໍາສະເຫລີມສະຫລອງຄົບຮອບ 50 ປີ ແຫ່ງການສ້າງຕັ້ງອາຊຽນ ທີ່ຈະຈັດຂຶ້ນໃນເດືອນສິງຫາ 2017.

ພາຍຫລັງ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ຄັ້ງນີ້, ທ່ານ ທອງຜ່ານ ສະຫວັນເພັດ ພ້ອມດ້ວຍຄະນະ ສືບຕໍ່ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸ ໂສອາຊຽນ ບວກສາມ, ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອງກອງປະຊຸມ ສຸດຍອດອາຊີຕາເວັນອອກ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສເວທີພາກພື້ນອາຊຽນ ໃນວັນທີ 23 ແລະ 24 ພຶດ ສະພາ 2017 ຕາມລໍາດັບ.

 

ແຫລ່ງຂ່າວ: www.kpl.gov.la

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...