Homeຂ່າວຕ່າງປະເທດສະຫະລັດ-ຊາອຸດິອາຣະເບຍລົງນາມຮ່ວມກັນຊື້-ຂາຍອາວຸດ

ສະຫະລັດ-ຊາອຸດິອາຣະເບຍລົງນາມຮ່ວມກັນຊື້-ຂາຍອາວຸດ

Published on

ເມື່ອວັນທີ 21 ພຶດສະພາ 2017 ນີ້ ບີບີຊີ ແລະ ເອເອຟລາຍງານວ່າ ທ່ານ ໂດນັລ ທຣັມ ແຫ່ງສະຫະລັດອາເມລິກາ ສ້າງຄວາມຮືຮາໃນການໄປຢ້ຽມຢາມຊາອຸດິອາຣະເບຍ ເປັນການເດີນທາງໄປຢຽມຢາມຕ່າງປະເທດຢ່າງເປັນທາງການຄັ້ງທຳອິດຂອງປະທານາທິບໍດີ ດ້ວຍການເຈລະຈາໃນຂໍ້ຕົກລົງດ້ານການຄ້າລະຫວ່າງກັນຮວມມູນຄ່າ 380,000 ລ້ານໂດລາ ໃນຈຳນວນນີ້ເປັນການຊື້ອາວຸດ 110,000 ລ້ານໂດລາ

ສົມເດັດພຣະຣາຊາບໍດີ ຊັລມານ ບິນ ອັບດຸລອາຊີບ ອັລ-ຊາອຸດ ແຫ່ງຊາອຸດິອາຣະເບຍ ຍັງໄດ້ຊື່ນຊົມທ່ານ ທຣັມຜ່ານຂໍ້ຄວາມທາງທະວິດເຕີ້ວ່າ “ການມາຢຽມຂອງຜູ້ນຳສະຫະລັດໃນເທື່ອນີ້ຈະເປັນການກະຊັບຍຸດທະສາດຄວາມຮ່ວມມືລະຫວ່າງກັນຕໍ່ມາຍັງໄດ້ພຣະຣາຊທານຫຼຽນພົນລະເຮືອນສູງສຸດຂອງຊາອຸດິອາຣະເບຍໃຫ້ກັບທຣັມອີກດ້ວຍ”

ທ່ານ ໝອນ ສະໄປເຊີ ໂຄສົກທຳນຽບຂາວກ່າວເພີ່ມເຕີມວ່າ ຊາອຸດິອາຣະເບຍລົງນາມໃນການຊື້ອາວຸດທີ່ຜະລິດໃນສະຫະລັດ ແລະ ເປັນການຊື້ຂາຍທີ່ມີຕົວເລກຫຼາຍທີ່ສຸດໃນປະຫວັດສາດ ເຊິ່ງໜຶ່ງໃນຂໍ້ຕົກລົງຮວມໄປເຖິງເຮລິຄອບເຕີຮຸ່ນແບລັກຮອກ ຈຳນວນ 150 ລຳ ໃນຊາອຸດິອາຣະເບຍ ມູນຄ່າສູງເຖິງ 6 ພັນລ້ານໂດລາ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...