Homeຂ່າວທ້ອງຖິ່ນເສັ້ນທາງດົງໂດກ - ໜອງບຶກ ໄດ້ຮັບການສ້ອມແປງຊົ່ວຄາວ

ເສັ້ນທາງດົງໂດກ – ໜອງບຶກ ໄດ້ຮັບການສ້ອມແປງຊົ່ວຄາວ

Published on

 

ຈາກການສະເໜີຜ່ານສື່ຫຼາຍຄັ້ງ ມາຮອດປັດຈຸບັນເສັ້ນທາງດົງໂດກ-ໜອງບຶກ ພາກ ສ່ວນກ່ຽວຂ້ອງໄດ້ມີການ

ສ້ອມແປງດ້ວຍການເອົາດິນຖົມຈຸດເປ່ເພ ເພື່ອໃຫ້ການໄປມາສະດວກຂື້ນຈົນກວ່າຈະໝົດລະດູຝົນ, ຈຶ່ງຈະຂຶ້ນ

ແຜນສ້ອມແປງຄືນໃໝ່, ຂະນະດຽວກັນ ກໍຍັງມີເສັ້ນທາງຫຼາຍສາຍອອກສູ່ຊານເມືອງ, ຍັງຕົກຢູ່ໃນສະພາບເປ່

ເພສ້າງຄວາມຫຍຸ້ງຍາກ ໃຫ້ແກ່ການສັນຈອນໄປມາ ແລະ ມີປະຊາຊົນຮ້ອງຂໍ ໃຫ້ພາກສ່ວນກ່ຽວຂ້ອງລົງສ້ອມ

ແປງກ່ອນເສັ້ນທາງຈະເປ່ເພໄປຫຼາຍກວ່ານີ້.

 

ທ່ານ ສີໝອນ ໄຊສົງຄາມ ວິຊາການສ້ອມແປງທາງ ບໍລິສັດ ຢູູນນານກໍ່ສ້າງ ທີ່ຊ່ວຍສ້ອມແປງເສັ້ນທາງດົງໂດກ

-ໜອງ ບຶກ ກ່າວຕໍ່ນັກຂ່າວຂອງພວກເຮົາວ່າ: ເສັ້ນທາງດົງໂດກ-ໜອງບຶກແມ່ນໄດ້ຮັບການສ້ອມແປງມາແຕ່

ຕົ້ນເດືອນສິງຫາ ເປັນຕົ້ນການສ້ອມແປງແມ່ນເອົາດິນຖົມບວກຂຸມແບບຊົ່ວຄາວເປັນປະຈຳ ໂດຍເລັ່ງໃສ່ 4 ຈຸດ

ທີ່ເປ່ເພໜັກຄື ເຂດໄຟແດງດົງ ໂດກ-ເສັ້ນທາງ 450 ປີ, ໄຟແດງຕານມີໄຊ, ຄິວລົດບ້ານໜອງພະຍາ ແລະ ໜ້າ

ປ້ຳນ້ຳມັນໜອງບຶກ, ຊຶ່ງຈະສ້ອມແປງເປັນປະຈຳ ເມື່ອເສັ້ນທາງດັ່ງກ່າວມີການເປເພ່ຈົນສິ້ນສຸດລະດູຝົນປີນີ້.

 

ແຫຼ່ງຂ່າວ: http://laophatthananews.blogspot.com/2014/08/blog-post_27.html

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...