Homeບໍລິການເຕືອນໄພ! ຍັງຈະມີພາຍຸພັດຜ່ານລາວອີກຫລາຍຫົວໃນອີກ 2-3 ເດືອນຕໍ່ຫນ້າ!

ເຕືອນໄພ! ຍັງຈະມີພາຍຸພັດຜ່ານລາວອີກຫລາຍຫົວໃນອີກ 2-3 ເດືອນຕໍ່ຫນ້າ!

Published on

 

ຕາມການຄາດຄະເນທ່າອ່ຽງອາກາດລະດູການ ຈາກພາກພື້ນ ແລະ ສາກົນ ຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ

ໃຫ້ຮູ້ວ່າ: ສະພາບຝົນໃນ 3 ເດືອນຕໍ່ໜ້າ (ສິງຫາ, ກັນຍາ, ຕຸລາ) ຈະມີປະລິມານຫລຸດລົງຢູ່ເກນປົກກະຕິເປັນສ່ວນ

ຫລາຍໃນແຕ່ລະພາກ, ການແຈກຢາຍຂອງຝົນໃນທົ່ວປະເທດ ອາດຈະບໍ່ສະໜ່ຳສະເໜີເທົ່າທີ່ຄວນ ແລະ ຍັງຈະມີ

ຝົນຕົກໜັກເປັນບາງໂອກາດ ຫລື ບາງທ້ອງຖິ່ນຢູ່, ຊຶ່ງຈະເຮັດໃຫ້ນ້ຳຖ້ວມຊຸກະທັນຫັນ ແລະ ຖ້ວມຍື່ງຕາມລຳແມ່

ນ້ຳຂອງໃນເດືອນສິງຫາຫາກັນຍາ.

 

ສ່ວນທ່າອ່ຽງຂອງອຸນຫະພູມໃນ 3 ເດືອນຈະສູງລື່ນເກນປົກກະຕິ, ສະພາບພະຍຸຈະກໍຕົວຂຶ້ນຢູ່ມະຫາສະໝຸດປາຊີຟິກ

ແລະ ທະເລຈີນໃຕ້ ຍັງຢູ່ປະມານ 16-18 ຫົວ ແລະ ອາດພັດຜ່ານ ສປປ ລາວ ປະມານ 2-3 ຫົວ ແລະ ລະດັບນ້ຳຂອງ

ແລະ ສາຂາແມ່ນ້ຳຕ່າງໆຈະມີທ່າອ່ຽງຂຶ້ນ-ລົງເປັນໄລຍະ.

 

ສຳລັບສະພາບອາກາດໃນຕໍ່ໜ້າ, ຍັງແມ່ນໄລຍະລະດູຝົນຈະໄດ້ຮັບອິດທິພົນຈາກກະແສລົມມໍລະສຸມຕາເວັນຕົກສ່ຽງ

ໃຕ້ຈາກອ່າວໄທພັດເຂົ້າສູ່ປະເທດລາວ ປ່ອງເຂົ້າສູ່ພາຍຸເຂດຮ້ອນທີ່ຈະເກີດຂຶ້ນຢູ່ທະເລຈີນໃຕ້ ແລະ ມະຫາສະໝຸດປາ

ຊີຟິກ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຄະນອງ, ລົມແຮງ, ຝົນຕົກໜັກບາງໂອກາດ. ໃນເດືອນສິງຫາຫາເດືອນກັນຍາໂອ

ກາດທີ່ຈະເກີດມີນ້ຳປ່າໄຫລຊຸແຮງ, ດິນເຈື່ອນ, ນ້ຳຖ້ວມກະທັນຫັນຢູ່ເຂດແຂວງພາກເໜືອຫາພາກກາງຈາກນັ້ນ

ແຕ່ກາງເດືອນກັນຍາ ຫາຕົ້ນເດືອນຕຸລາໂອກາດຈະມີນ້ຳຖ້ວມຍື່ງນ້ຳຖ້ວມກະທັນຫັນຢູ່ແຂວງພາກກາງຫາພາກໃຕ້

ຊຶ່ງຈະເຮັດໃຫ້ການຄົມມະນາຄົມທາງບົກ, ທາງນ້ຳ ແລະ ທາງອາກາດພົບບັນຫາອັນຕະລາຍຕ່າງໆ ແລະ ຕໍ່ການດຳລົງ

ຊີວິດຂອງພໍ່ແມ່ປະຊາຊົນທີ່ຢູ່ໃກ້ເຂດສ່ຽງໄພ, ຢູ່ເຂດຮ່ອມພູ, ຢູ່ເຈີ້ຍພູຜາສູງ ແລະ ຢູ່ໃກ້ແຄມແມ່ນ້ຳສາຂາຕ່າງໆ.

 

ສະນັ້ນ, ຈຶ່ງຂໍໃຫ້ມີສະຕິລະມັດລະວັງ ກຽມພ້ອມທຸກສະຖານະການ ແລະ ຕິດຕາມສະພາບອາກາດຈາກກົມອຸຕຸນິຍົມ

ແລະ ອຸທົກກະສາດເປັນປະຈຳ.

 

ແຫຼ່ງຂ່າວ: http://laophatthananews.blogspot.com/2014/08/2-3.html

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...