Homeຂ່າວພາຍ​ໃນສປປ ລາວ ໄດ້ຮັບສິດທິພິເສດທາງການຄ້າຫຼາຍກວ່າ 50 ປະເທດໃນໂລກ.

ສປປ ລາວ ໄດ້ຮັບສິດທິພິເສດທາງການຄ້າຫຼາຍກວ່າ 50 ປະເທດໃນໂລກ.

Published on

ສປປ ລາວ ໄດ້ຮັບສິດທິພິເສດທາງການຄ້າຫຼາຍກວ່າ 50 ປະເທດໃນໂລກ. ໃນນັ້ນ, ໃຫ້ສິດທິພິເສດຝ່າຍດຽວມີ 42 ປະເທດຄື: ສະຫະພາບເອີຣົບ 28 ປະເທດ (ໂອຕຣີສ, ແບນຊິກ, ບຸນກາລີ, ໄຊປຣັສ, ສາທາລະນະລັດເຊັກ, ເດນມາກ, ແອັດໂຕນີ, ເຢຍລະມັນ, ເກຣັກ, ແຟງລັງ, ຝຣັ່ງ, ຮົງກາລີ, ອຽກລັງ, ອີຕາລີ, ລັດວີ, ລີທົວນີ, ລຸກຊໍາບວກ, ມົວຕາ, ເນເທີແລນ, ໂປໂລ້ຍ, ປ໊ອກຕຸຍການ, ໂຣມານີ, ສະໂລວັກ, ສະໂລເວນີ, ແອັດສະປາຍ, ສະວີເດັນ,ອັງກິດ ແລະ ໂຄເອເຊຍ), ສະວິດ, ການາດາ, ອົດສະຕາລີ, ນິວຊີແລນ, ຕວກກີ, ນອກແວ, ລັດເຊຍ, ເບລາຣຸສ, ກາຊັກ ສະຖານ,ຍີ່ປຸ່ນ, ສປ ຈີນ, ສ.ເກົາຫຼີ, ອິນເດຍ ແລະ ຈີນໄຕ້ຫວັນແມ່ນການຍົກເວັ້ນຫຼືຫຼຸດຜ່ອນພາສີແບບບໍ່ຫວັງຜົນຕອບແທນ.ນອກຈາກນັ້ນ, ຍັງໄດ້ຮັບສິດທິພິເສດແບບຕອບແທນກັນມີ 15ປະເທດ (09 ປະເທດສະມາຊິກອາຊຽນ, ສປ ຈີນ,ສ.ເກົາຫຼີ, ຍີ່ປຸ່ນ, ອິນເດຍ, ອົດສະຕາລີ ແລະ ນິວຊີແລນ) ໂດຍຜ່ານການເຈລະຈາຕໍ່ລອງໃນການຍົກເວັ້ນຫຼືຫຼຸດຜ່ອນພາສີໃຫ້ແກ່ກັນ.

ກະຊວງອຸດສາຫະກຳ ແລະ ການຄ້າ ເປີດເຜີຍວ່າ: ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ມີພາລະບົດບາດໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວຈຶ່ງໄດ້ມອບສິດໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ ແລະ ນະຄອນຫຼວງ, ເຂດນິຄົມອຸດສາຫະກໍາ ແລະການຄ້າວຽງຈັນ-ໂນນທອງ, ເຂດເສດຖະກິດພິເສດສະຫວັນ-ເຊໂນແລະ ສະພາອຸດສາຫະກຳແລະ ການຄ້າແຫ່ງຊາດ ແລະ ແຂວງໃນຂອບເຂດທົ່ວປະເທດສາມາດອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າໄດ້ເພື່ອແນໃສ່ອຳນວຍຄວາມສະດວກໃຫ້ຜູ້ປະກອບການຕາມທິດສາມສ້າງ.

ເພື່ອເປັນການປະຕິຮູບລະບົບການບໍລິການ ແນໃສ່ບໍລິການຜູ້ປະກອບການ ກ່ຽວກັບການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ. ໂດຍສາມາດອອກໄດ້ 03 ຮູບແບບຄື: ອອກດ້ວຍເຈ້ຍ (Manual), ອອກທາງເອເລັກໂຕຣນິກ (e-CO) ແລະອອກດ້ວຍຕົນເອງຂອງອາຊຽນແລະສະຫະພາບເອີຣົບ (Self-Certification) ເພື່ອອໍານວຍຄວາມສະດວກ,ຫຼຸດຜ່ອນຂັ້ນຕອນ, ປະຢັດເວລາ, ປະຢັດຕົ້ນທຶນ ແລະ ການແຂ່ງຂັ້ນໃນເວທີສາກົນຂອງພາກທຸລະກິດ.

 

ແຫລ່ງຂ່າວ: ໜັງສືພິມ ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...