Homeມຸມຂ່າວ AECອາຊຽນອາດຈະມີສະມາຊິກເພີ່ມຂຶ້ນ 2 ປະເທດ

ອາຊຽນອາດຈະມີສະມາຊິກເພີ່ມຂຶ້ນ 2 ປະເທດ

Published on

ໃນກອງປະຊຸມສຸດຍອດໂຄງການເສັ້ນທາງສາຍໄໝໃໝ່ ທີ່ນະຄອນຫຼວງ ປັກກິ່ງ ເມື່ອລະຫວ່າງວັນທີ 14-15 ພຶດສະພາ 2017 ທີ່ຜ່ານມາ ປະທານາທິບໍດີ ດູແຕເຕ ໄດ້ກ່າວວ່າ ປະທານາທິບໍດີ ຂອງປະເທດຕັວກກີ ແລະ ນາຍົກລັດຖະມົນຕີ ມົງໂກລີ ໄດ້ສະເໜີໃນລະຫວ່າງແຍກສາຍຫາລືນອກຮອບ ຜູ້ນຳທັງສອງປະເທດໄດ້ສະເໜີເຂົ້າເປັນສະມາຊິກອາຊຽນ ແລະ ໃນຖານະທີ່ຟີລິບປິນເປັນປະທານອາຊຽນໃນວາລະປັດຈຸບັນ ທ່ານຈຶ່ງໄດ້ຕອບຮັບວ່າ ພ້ອມໃຫ້ການສະໜັບສະໜູນສອງປະເທດເຂົ້າເປັນສະມາຊິກໃນອະນາຄົດ.

ປັດຈຸບັນນີ້ ສະມາຊິກອາຊຽນ ມີທັງໝົດ 10 ປະເທດ ການເປັນສະມາຊິກ ນອກຈາກຄໍານຶງເຖິງເລື່ອງທີ່ຕັ້ງທາງພູມສາດ ຍັງຕ້ອງໄດ້ຄໍານຶງເຖິງການຮັບຮອງຈາກປະເທດສະມາຊິກອີກດ້ວຍ ເຊິ່ງຕີມໍເຣສເຕ ແລະ ປາປົວນິວກີນີ ຂໍເປັນສະມາຊິກອາຊຽນມາຫຼາຍປີແລ້ວ ແຕ່ໄດ້ເປັນພຽງສະຖານະພາບປະເທດຜູ້ສັງເກດການເທົ່ານັ້ນ ຂະນະທີ່ ຕັວກກີ ເຊຶ່ງຢູ່ລະຫວ່າງອາຊີ ແລະ ເອີຣົບ ຂໍເປັນສະມາຊິກປະຊາຄົມເສດຖະກິດເອີຣົບ ເຊຶ່ງເປັນອົງກອນກ່ອນ ສະຫະພາບເອີຣົບມາຕັ້ງແຕ່ປີ 1987 ແຕ່ມາເຖິງປັດຈຸບັນນີ້ຍັງບໍ່ສໍາເລັດ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...